ເກົາຫຼີເໜືອຮັບຮອງເອົາເອກະລາດຂອງ ໂດເນສ-ລູຮັນ ທີ່ແຍກອອກຈາກຢູເຄຣນ

0
968

ເກົາຫຼີເໜືອໃຫ້ການຍອມຮັບ ສາທາລະນະລັດປະຊາຊົນໂດເນສ ແລະ ສາທາລະນະລັດປະຊາຊົນລູຮັນ ເຊິ່ງທີ່ປະກາດແຍກຕົວເປັນດິນແດນອິດສະຫຼະອອກຈາກການປົກຄອງຂອງຢູເຄຣນ.

ອ້າງອີງຈາກ ສື່ຂ່າວທາງການຂອງເກົາຫຼີເໜືອ ໄດ້ລາຍງານວ່າ: ເກົາຫຼີເໜືອ ຮັບຮອງເອກະລາດດິນແດນ 2 ແຫ່ງຂອງທາງຕະເວັນອອກຂອງຢູເຄຣນ ເຊິ່ງປະກາດແຍກຕົວອອກຈາກຢູເຄຣນ ຫຼັງຈາກທີ່ຣັດເຊຍໃຫ້ການສະໜັບສະໜູນດິນແດນທັງ 2 ແຫ່ງໃຫ້ແຍກຕົວອອກຈາກຢູເຄຣນ.

ການປະກາດຂອງເກົາຫຼີເໜືອໃນເທື່ອນີ້ ເປັນປະເທດທີ 3 ຕໍ່ຈາກຣັດເຊຍ ແລະ ຊີເຣຍ ທີ່ໃຫ້ການຮັບຮອງດິນແດນທັງ 2 ແຫ່ງດັ່ງກ່າວຄື ສາທາລະນະລັດປະຊາຊົນໂດເນສ (DPR) ແລະ ສາທາລະນະລັດປະຊາຊົນລູຮັນ (LPR) ເຊິ່ງຢູ່ໃນແຄ້ວນດອນບາສຂອງຢູເຄຣນ.

ໂດຍທາງຜູ້ນຳຂອງ DPR ກ່າວວ່າ: ຫວັງວ່າຈະມີຄວາມຮ່ວມມືທີ່ປະສົບຜົນສຳເລັດ ແລະ ການເພີ່ມການຄ້າກັບເກົາຫຼີເໜືອ.