ເກີດເຫດລະເບີດຂ້າຕົວຕາຍໃກ້ສະຖານສະຫະລັດທີ່ອັຟການິສຖານ

Afghan security forces keep watch at the site of attack in Kabul, Afghanistan August 29, 2017. REUTERS/Omar Sobhani

ເອເອຟພີລາຍງານ ເກີດເຫດລະເບີດຂ້າຕົວຕາຍບໍລິເວນແຖວການຄ້າ ແລະ ຕັ້ງຢູ່ໃກ້ກັບສະຖານທູດສະຫະລັດໃນນະຄອນຫຼວງຄາບູ ເມືອງຫຼວງຂອງອັຟການິສຖານ ເມື່ອເລລາ 10:00ນາທີມື້ນີ້ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ່ເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ບາດເຈັບ 8 ຄົນຖືກຳສົ່ງໄປຮັກສາຕົວທີ່ໂຮງໝໍແລ້ວ

ທັງນີ້ເຫດລະເບີດດັ່ງກ່າວເກີດຂຶ້ນກ່ອນໜ້າເທດສະການຕຣຸດອິດໃນອາທິດໜ້າ ແລະ ຍັງເກີດຂຶ້ນພາຍຫຼັງທີ່ສະຫະ ລັດປະກາດຍຸດທະສາດທາງການທະຫານ ແລະ ຢືນຢັນຈະສົ່ງທະຫານເຂົ້າມາປະຕິບັດໜ້າທີ່ເພີ່ມໃນອັຟການິສຖານ ເຖິງຢ່າງໃດກໍ່ຕາມຕອນນີ້ຍັງບໍ່ມີຜູ່ອອກມາອ້າງຢູ່ເບື້ອງຫຼັງໃນການກໍ່ເຫດຄັ້ງນີ້ເທື່ອ