ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທູດອີຕາລີເຂົ້າຢ້ຽມອຳລາ

0
865

ໃນ​ວັນ​ທີ 13 ກໍລະກົດ 2022, ທ່ານ ​ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ ​​ໄດ້ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ​ຂອງ​ ທ່ານ ລໍເຣັນໂຊ ກາລັງຕີ (Lorenzo Galanti), ເອກ​ອັກຄະ​ລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ​ສາທາລະນະລັດ ອີຕາລີ ປະຈໍາ ສປປ ລາວ ເຊິ່ງ​ມີ​ສຳນັກງານ​ຕັ້ງ​ຢູ່ ​ບາງກອກ, ຣາຊະອານາຈັກໄທ ​​ໃນ​ໂອກາດ​ທີ່​ທ່ານໄດ້ສໍາ​ເລັດ​ການ​ປະຕິບັດ​ໜ້າ​ທີ່ທາງການທູດຢູ່ ສປປ ລາວ.

ໃນ​ໂອກາດດັ່ງກ່າວ​, ​ທ່ານ ຮອງນາຍົກລັດຖະມົນຕີ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ແລະ ຕີລາຄາວູງ ຕໍ່​ຜົນສຳ​ເລັດ​ຂອງ​ທ່ານ​ທູດ ​ຕະຫລອດ​ໄລຍະການດຳລົງ​ຕຳ​ແໜ່​ງ​ເປັນເອກ​ອັກຄະ​ລັດຖະທູດ ແຫ່ງ ສາທາລະນະລັດ ອີຕາລີ ປະຈຳ ສປປ ລາວ, ພ້ອມ​ທັງ ສະແດງຄວາມຊົມເຊີຍ ຕໍ່ຄວາມພະຍາຍາມ ໃນການເຄື່ອນໄຫວ​ຂອງ​ທ່ານທູດ ໃນ​ການ​ຊຸກຍູ້ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນມິດ ຕະພາບ​ ລາວ-ອີຕາລີ ​ໃຫ້​ນັບ​ມື້ໄດ້ຮັບການເສີມຂະຫຍາຍດີຂຶ້ນເລື້ອຍໆ.

ພ້ອມກັນນີ້, ສະແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນ ອີຕາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ຄື ການຊ່ວຍເຫຼືອໂຄງ​ການປະຕິສັງຂອນ​ມໍ​ລະ​ດົກ​ໂລກ ວັດ​ພູຈຳປາ​ສັກ ແລະ ມໍ​ລະ​ດົກ​ໂລກ ຫຼວງພະ​ບາງ​ ແລະ ໂຄງການສູນຊີວະນາໆພັນທີ່ແຂວງບໍລິຄໍາໄຊ.

ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້​ອວຍພອນໃຫ້ ​ທ່ານ​ທູດ​ ລໍເຣັນໂຊ ກາລັງຕີ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນໃຫມ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ.

ທ່ານທູດ ລໍເຣັນໂຊ ກາລັງຕີ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ. ພ້ອມດຽວກັນນີ້, ກໍໄດ້ສະແດງຄວາມຍິນດີ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ອີຕາລີ ໃຫ້ນັບມື້ໄດ້ຮັບການຍົກລະດັບຂຶ້ນສູ່ບາດກ້າວອັນໃຫມ່.

ແຫຼ່ງຂ່າວຈາກ ປະເທດລາວ