ຮອງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນ ແຂວງຢຸນນານ

Untitled-1.01.12.15.1

ຂປລ. ​ໃນ​ວັນ​ທີ 30 ພະຈິກ 2015 ນີ້ ທີ່​ຫ​້ອງວ່າ​ການລັດຖະບານ, ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄໍານັບ​ຂອງ ທ່ານ ຈົງ​ ມຽນ ຮອງ​ເລຂາ​ພັກ​ແຂວງ​ຢຸນນານ ພ້ອມ​ດ້ວຍ​ຄະນະ ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມ ຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ.

​ໂອກາດ​ດັ່ງກ່າວ, ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ​ ຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ຂອງ​ທ່ານ ຈົງ ມຽນ ພ້ອມ​ຄະນະ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສໍາຄັນ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະ ພາບ ​ແລະ ການ​ຮ່ວມ​ມືຮອບດ້ານ ລະຫວ່າງ​ສອງ​ພັກ​-ສອງ​ລັດ ກໍ​ຄື​ ແຂວງ​ຢຸນນານ  ​​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນ​ງອກ​ງາມຍິ່ງໆ​ຂຶ້ນ.

​ໃນ​ໂອກາດດຽວ​ກັນ, ທ່ານ ຈົງ ມຽນ ​​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ ຮອງ​ນາຍົກລັດ ຖະມົນຕີ ທີ່​ໄດ້​ສະຫລະ​ເວລາ​ອັນ​ມີຄ່າ ​ໃຫ້ການ​ຕ້ອນຮັບຢ່າງ​ອົບ​ອຸ່ນ​ໃນ​ຄັ້ງນີ້, ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ​ເຖິງ​ຈຸດປະສົງ ​ເພື່ອ​ມາ​ເຂົ້າ​ຮ່ວມ​ສະ​ເຫລີ​ມສະຫລອງ​ວັນ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີ ພ້ອມ​ທັງ​ເຂົ້າ​ຮ່ວມ​ພິທີວາງ​ສີ​ລາ​ເລີກ​ການ​ກໍ່ສ້າງ​ທາງລົດ​ໄຟ​ ລາວ-ຈີນ.

ແຫ່ລງຂ່າວ

ຂປລ