ອິນໂດເນເຊຍປະສົບຜົນສໍາເລັດໃນການພັດະນາໝາກຖົ່ວລຽນບໍ່ມີໜາມ

ສໍານັກງານວິໄຈການກະເສດໃນອິນໂດເນເຊຍໄດ້ພັດທະນາໝາກຖົ່ວລຽນບໍ່ມີໜາມສາຍພັນໃໝ່ໄດ້ສໍາເລັດ. ທ່ານ ໄມຊິນ ຫົວໜ້າພະແນກກວດສອບ ແລະ ອອກຮັບຮອງເມັດພັນພືດ ສໍານັກງານວິໄຈການກະເສດ ໄດ້ເປີດເຜີຍຕໍ່ກັບສໍານັກຂ່າວສິ່ງແວດລ້ອມວ່າ: ໝາກຖົ່ວລຽນບໍ່ມີໜາມສາຍພັນໃໝ່ມີເປືອກບາງກວ່າໝາກຖົ່ວລຽນທົ່ວໄປ, ສາມາດປອກໄດ້ງ່າຍ ແລະ ມີລົດຊາດຫວານກວ່າໝາກຖົ່ວລຽນມີໜາມແບບປົກກະຕິ.

ການພັດທະນາໝາກຖົ່ວລຽນ ເຊິ່ງຖືໄດ້ວ່າເປັນ”ລາຊາແຫ່ງໝາກໄມ້” ໂດຍທີມວິໄຈການກະເສດຂອງອິນໂດເນເຊຍໄດ້ຕອນເອົາກິ່ງຕົ້ນຖົ່ວລຽນໄປປູກ ເຊິ່ງໃຊ້ເວລາທົດລອງເຖິງ 12 ປີ ຈົນສຸດທ້າຍໄດ້ໝາກຖົ່ວລຽນບໍ່ມີໜາມ ແລະ ຕັ້ງຊື່ວ່າ ຖົ່ວລຽນ ກັນດົວ (Gundul).

ເມັດໝາກຖົ່ວລຽນກັນດົວ ສາມາດນໍາໄປຂະຫຍາຍພັນໄດ້ ແລະ ຕອນນີ້ສໍານັກງານວິໄຈການກະເສດ ນູຊາເຕັງກາຣາ ໄດ້ຮວບຮວມເມັດຖົ່ວລຽນໄດ້ຫຼາຍກວ່າ 23,000 ເມັດແລ້ວ ແລະ ກໍາລັງຈັດສົ່ງໄປຍັງສໍານັກງານວິໄຈການກະເສດໃນແຂວງອື່ນໆໃນທົ່ວປະເທດເພື່ອຂະຫຍາຍພັນໃຫ້ແຜ່ຫຼາຍ.

ແຫຼ່ງຂ່າວ: NewTV