spot_img
Homeຂ່າວພາຍ​ໃນຫ້າມບຸກຄົນຈາກ 9 ປະເທດມີເຊື້ອໂຄວິດໂອໄມຄຣອນລະບາດເດີນທາງເຂົ້າລາວ

ຫ້າມບຸກຄົນຈາກ 9 ປະເທດມີເຊື້ອໂຄວິດໂອໄມຄຣອນລະບາດເດີນທາງເຂົ້າລາວ

Published on

ປັດຈຸບັນ, ທາງການລາວ ໄດ້ເລື່ອນເວລາສຳລັບການເດີນທາງເຂົ້າມາ ສປປ ລາວ ຂອງບຸກຄົນ ທີ່ເດີນທາງມາຈາກ 9 ປະເທດ ທີ່ມີຄວາມສ່ຽງການຕິດເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ ຢ່າງໂອໄມຄຣອນ.

ບັນດາ 9 ປະເທດຕົ້ນທາງ ທີ່ທາງການລາວສັ່ງຫ້າມເຂົ້າປະເທດລວມມີ ອາຝຣິກກາໃຕ້, ນາມີເບຍ, ຊິມບັບເວຍ໌, ບອສວາເນຍ, ເລໂຊໂຕ, ເອັສວາຕິນີ, ເຊແຊນ, ມາລາວີ ແລະ ໂມຊຳບິກ; ກໍລະນີຫາກມີປະເທດຕິດເຊື້ອເພີ່ມ ກໍຈະແຈ້ງເປັນແຕ່ລະໄລຍະ ເພື່ອສະກັດກັ້ນບໍ່ໃຫ້ນຳເອົາເຊື້ອພະຍາດ ເຂົ້າມາແຜ່ລະບາດຢູ່ພາຍໃນປະເທດ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃນວັນທີ 1 ທັນວາ 2021 ວ່າ: ປັດຈຸບັນ ອົງການອະນາໄມໂລກ ໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະ ໂຄວິດສາຍພັນໃໝ່ ໂອໄມຄຣອນ ເນື່ອງຈາກ ມີຫຼາຍກວ່າ 10 ປະເທດ ທີ່ມີການລາຍງານພົບຜູ້ຕິດເຊື້ອສາຍພັນນີ້. ສະເພາະ ສປປ ລາວ ກະຊວງສາທາລະນະສຸກ ກໍ່ໄດ້ມີມາດຕະການເກັບຕົວຢ່າງ ຂອງຜູ້ເດີນທາງເຂົ້າປະເທດທຸກຄົນ ເພື່ອຄົ້ນຫາຜູ້ຕິດເຊື້ອໃໝ່ ແລະ ກວດຊອກຫາສາຍພັນດັ່ງກ່າວ, ເພື່ອຕິດຕາມເຝົ້າລະວັງ ແລະສະກັດກັ້ນບໍ່ໃຫ້ບໍ່ການແຜ່ລະບາດພາຍໃນປະເທດ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...