ຫຼຸດຮູບດ້ານຫຼັງໂຕເຄື່ອງ Huawei Mate 9 ເຜີຍໃຫ້ເຫັນກ້ອງຫຼັງເລນຄູ່ແບບໃໝ່

1
1709

ຫຼ້າສຸດນີ້ມີຮູບຫຼຸດຂອງ Huawei Mate 9 ຫຼຸດອອກມາ ເຊິ່ງເຜີຍໃຫ້ເຫັນວ່າ ເຮືອທຸງລຸ້ນໃໝ່ຈາກຫົວເຫວີ່ຍນີ້ຈະມາພ້ອມກັບກ້ອງຫຼັງເລນຄູ່ແບບດຽວກັບ P9 ແຕ່ຈະແຕກຕ່າງທາງໃນດ້ານການອອກແບບ. 

ການອອກແບບ P9 ນັ້ນຈະວາງເລນໄວ້ທີ່ມຸມຊ້າຍເທິງດ້ານຫຼັງເຄື່ອງ, ແຕ່ຈາກຮູບຫຼຸດຂອງ Mate 9 ນີ້ ຈະມາໃນແບບໃໝ່ຄືວາງເລນກ້ອງໄວ້ທີ່ ທາງກາງຂອງດ້ານຫຼັງເຄື່ອງ ອີກທັງດ້ານຂ້າງຂອງເລນທັງສອງເບື້ອງ ກໍໜ້າຈະເປັນ ແຟລັດຄູ່ອີກນຳ ແລະ ຖັດລົງມາດ້ານລຸ່ມກໍເປັນເຊັນເຊີ້ສະແກນນິ້ວມື. 

ເຊິ່ງກ່ອນໜ້ານີ້ທີ່ຈະມີຮູບຫຼຸດອອກມານັ້ນ ກໍມີຫຼຸດສະເປັກເຄື່ອງອອກມາກ່ອນແລ້ວ ໂດຍໂຕເຄື່ອງຈະມາພ້ອມກັບຈໍ 5.9 ນິ້ວ, ຄວາມລະອຽດ FullHD ແລະມາພ້ອມກັບ Android 7.0 Nougat. (ສະເປັກເພີ່ມຕື່ມທີ່ຮູບດ້ານລຸ່ມນີ້)

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:gizmochina

1 COMMENT

  1. […] ໂດຍ G9 Plus ທີ່ຈະເປີດໂຕໃນມື້ອື່ນນີ້ ອາດມີຄວາມເປັນໄປໄດ້ທີ່ຈະເປັນໂທລະສັບລຸ້ນດຽວກັບ 2-3 ມື້ກ່ອນທີ່ເຮົາໄດ້ລາຍງານໄປກ່ຽວກັບຮູບຫຼຸດໂທລະສັບມືຖື ແລະເຮົາກໍເດົາກັ….  […]

Comments are closed.