ຫົງແດງລິເວີພູຖືກຄ້ອນທຸບມ່ວນອັບຍັບ !

ການແຂ່ງຂັນບານເຕະ ພຣີເມຍລີກອັງກິດ ປະຈຳລະດູການ 2015-16 ເປັນການມາພົບກັນລະຫວ່າງ “ຫົງແດງ”ລູດວີພູ ເປີດບ້ານຕ້ອນຮັບການມາຂອງ “ຂຸນຄ້ອນ”ເວສແຮມ ຢູໄນເຕັດ

ເລີ່ມເກມການແຂ່ງຂັນພຽງແຕ່ 3 ນາທີ ກອງເຊຍເຈົ້າຖີ່ນຈົນຕ້ອງງຽບໝົດສະໜາມເພາະທີມເຢືອນບຸກຂື້ນນຳກ່ອນຈາກຈັງຫວະທີ່ແນວຮັບສົ່ງບານບໍ່ດີ ເຮັດໃຫ້ ອາຣອນ ເຄຣສເວວສ໌ ເປີດເຂົ້າໄປໃນເຂດໂທດໃຫ້ກັບ ມານູເອວ ລານຊີນີ ແລ່ນມາເຕະເຂົ້າໂກນໄປແບບສວຍງາມ ເວສແຮມ ຂື້ນນຳກ່ອນ 1-0 ປະຕູ

ນາທີທີ່ 29 ກອງເຊຍ ເວສແຮມ ໄດ້ໂຮກັນທັງສະໜາມຈາກຈັງຫວະທີ່ ເດຢັນ ລອຟເລນ ໄປຫຼີ້ນບານຢູ່ແຈບໍ່ລະວັງຖືກ ມານູເອວ ລານຊີນີ ຢາດໄປກ່ອນສົ່ງເຂົ້າກາງຖືກສະກັດໄວ້ແຕ່ບານມາເຂົ້າທາງ ມາກຄ໌ ໂນເບິນ ຍິງເຕັມຂໍ້ບານສຽບມຸມເຂົ້າໄປຢ່າງສວຍງາມເຮັດໃຫ້ ເວສແຮມ ນຳຫ່າງໄປກ່ອນ 2-0 ປະຕູ

ມາເຖີງເຄີ່ງເວລາທີ 2 ລິເວີພູ ຕ້ອງມາເຫຼືອຜູ້ຫຼີ້ນພຽງແຕ່ 10 ຄົນ ຈາກຈັງຫວະທີ່ ຟີລິບເປ ຄູຕິນໂຢ ໄປສຽບສະກັດ ດີມິທຣີ ລົ້ມລົງໄປຜູ້ຕັດສິນບໍ່ລໍຊ້າທີ່ຈະແຈກໃບເຫຼືອງທີ 2 ໄລ່ອອກຈາກສະໜາມ

ແລະກໍ່ບໍ່ມີປະຕູເກີດຂື້ນຈົນມາເຖີງທ້າຍເກມກ່ອນຈະໝົດເວລາ ລິເວີພູ ພາດທ່າຖືກ ດິຢາໂກ ຊາໂກ ຍິງຊ້ຳອີກ 1 ລູກສຸດທ້າຍເຮັດໃຫ້ຈົບເກມ 90 ນາທີ ລິເວີພູເປີບ້ານເສຍໃຫ້ກັບການມາຂອງ ເວສແຮມ ຢູໄນເຕັດ 0-3

558000010157801

558000010157803