ຫວຽດນາມ ຕັ້ງເປົ້າໝາຍເປັນ “ປະເທດພັດທະນາແລ້ວ”

0
695

ຫວຽດນາມຕັ້ງເປົ້າໝາຍເປັນປະເທດອຸດສາຫະກຳທັນສະໄໝທີ່ມີລາຍໄດ້ປານກາງໃນລະດັບສູງພາຍໃນປີ 2030 ແລະ ຈະເປັນປະເທດພັດທະນາແລ້ວທີ່ມີລາຍໄດ້ສູງພາຍໃນປີ 2050 ຫຼື ປະມານອີກ 27 ປີ.

ຈາກມະຕິແຜນການແຫ່ງຊາດຊ່ວງປີ 2021- 2030 ເຊິ່ງມີວິໄສທັດເຖິງປີ 2050 ພົບວ່າ ການເຕີບໂຕຂອງ GDP ສະເລ່ຍຕໍ່ປີຂອງຫວຽດນາມ ຄວນຢູ່ທີ່ 7% ຕໍ່ປີຕະຫຼອດໃນຊ່ວງເວລາດັ່ງກ່າວ ເຊິ່ງພາຍໃນປີ 2030 ລາຍໄດ້ຕໍ່ຄົນຂອງປະຊາກອນຈະສາມາດຮອດລະດັບ 7.500 ໂດລາສະຫະລັດ ຫຼື ປະມານ 126 ລ້ານກີບ.

ສຳລັບການເຕີບໂຕທາງດ້ານເສດຖະກິດ ຈະຂຶ້ນກັບວິທະຍາສາດ ເທັກໂນໂລຊີ ນະວັດຕະກຳ ແລະ ການປ່ຽນແປງເຂົ້າສູ່ດິຈິຕອນ ໂດຍອັດຕາຄວາມເປັນເມືອງຂອງປະເທດຄວນເກີນ 50% ແລະ ພື້ນທີ່ເມືອງ 3-5 ແຫ່ງໃນຫວຽດນາມຈະໄດ້ຮັບການພັດທະນາຂຶ້ນ ໃຫ້ຢູ່ໃນອັນດັບຕົ້ນໆຂອງອາຊີ ແລະ ລະດັບໂລກ.

ຫວຽດນາມຈະກາຍເປັນປະເທດອຸດສາຫະກຳອັນດັບຕົ້ນໆໃນອາຊີ ແລະ ຈະເປັນ “ສູນກາງທາງການເງິນ” ໃນລະດັບພູມິພາກ ແລະ ລະຫວ່າງປະເທດ ເປັນປະເທດສູນກາງເສດຖະກິດທາງທະເລໃນອາຊີປາຊີຟິກ.

ຈາກການຂະຫຍາຍໂຕຂອງ GDP ທີ່ 6,5-7,5% ຕໍ່ປີ ຄາດວ່າຈະເຮັດໃຫ້ລາຍໄດ້ຕໍ່ຄົນຢູ່ທີ່ 27.000-32.000 ໂດລາສະຫະລັດ ຫຼື ປະມານ 456 ລ້ານ-540 ລ້ານກີບ ພາຍໃນປີ 2050 ເຊິ່ງອັດຕາການເປັນເມືອງຂອງປະເທດຄວນຂຶ້ນໄປເຖິງ 70-75%.

ຢ່າງໃດກໍຕາມ ສຳລັບປີນີ້ ລັດຖະບານຫວຽດນາມຕັ້ງເປົ້າໝາຍການເຕີບໂຕຂອງ GDP ໄວ້ຢູ່ 6,5% ໃນຂະນະປີ 2022 ທີ່ຜ່ານມາ GDP ຂອງຫວຽດນາມຂະຫຍາຍໂຕຫຼາຍເຖິງ 8,02% ຖືວ່າເປັນການຂະຫຍາຍໂຕທີ່ສູງສຸດໃນຮອບ 11 ປີ.

ແຫຼ່ງຂ່າວ the investor