ຫວຽດນາມໄດ້ຮັບວັກຊີນໂຄວິດ-19 ທີ່ຈີນຊ່ວຍເຫຼືອຮຽບຮ້ອຍແລ້ວ

0
1535

ອີງຕາມການລາຍງານ ຂອງແຟນເພສ CRI-FM93 ໃຫ້ຮູ້ວ່າ: ວັນທີ 20 ມິຖຸນາ 2021 ທີ່ຜ່ານມາ, ວັກຊິນໂຄວິດ-19 ຂອງກຸ່ມບໍລິສັດ ຊີໂນຟາມ SINOPHARM ທີ່ຈີນໃຫ້ການຊ່ວຍເຫຼືອຫວຽດນາມ ໄດ້ຖືກຂົນສົ່ງໄປຮອດປະເທດຫວຽດນາມແລ້ວ. ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄດ້ຕາງໜ້າລັດຖະບານຫວຽດນາມ ກັບ ທ່ານຊົງໂປ່ ເອກອັກຄະລັດຖະທູດຈີນປະຈຳຫວຽດນາມ ພ້ອມຄະນະ ໄດ້ອອກໄປຕ້ອນຮັບວັກຊິນຢູ່ສະໜາມບິນ ແລະ ຈັດພິທີມອບຮັບວັກຊິນດັ່ງກ່າວ.

ທ່ານ ຫງວຽນແທັງລອງ ໄດ້ຕີລາຄາສູງຕໍ່ຜົນສຳເລັດ ຂອງຈີນໃນການຕ້ານກັບພະຍາດໂຄວິດ-19 ແລະ ໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານວັກຊິນ ເພື່ອຕ້ານກັບພະຍາດໂຄວິດ-19 ຢູ່ຫວຽດນາມ, ຫວັງວ່າສອງປະເທດຫວຽດນາມ-ຈີນ ຈະສາມາດສືບຕໍ່ດຳເນີນການຮ່ວມມື ເພື່ອພ້ອມກັນຕ້ານພະຍາດໂຄວິດ-19 ແລະ ຄົ້ນຄວ້າພັດທະນາວັກຊິນໃນອະນາຄົດ.

ກະຊວງສາທາລະນະສຸກຫວຽດນາມແຈ້ງໃຫ້ຮູ້ວ່າ, ວັກຊິນເທື່ອນີ້ຈະສັກໃຫ້ປະຊາຊົນ 3 ກຸ່ມກ່ອນຄື: ຊາວຈີນທີ່ເຮັດວຽກຢູ່ຫວຽດນາມ, ຊາວຫວຽດນາມທີ່ຢາກໄປຮຽນ ແລະ ເຮັດວຽກຢູ່ຈີນ ພ້ອມທັງປະຊາຊົນ ທີ່ອາໄສຢູ່ເຂດຊາຍແດນ.