ຫວຽດນາມມອບເງິນ 200.000$ ໃນການແກ້ໄຂບັນຫາໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ

ວິທະຍຸກະຈາຍສຽງຫວຽດນາມລາຍງານເມື່ອວັນທີ 26 ກໍລະກົດ ວ່າ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ຊີ້ນຳກະຊວງປ້ອງກັນປະເທດຫວຽດນາມເປັນການດ່ວນ ໃນການຊ່ວຍເຫລືອປະເທດລາວ ຮ່ວມມືກັບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນວັນທີ 23 ກໍລະກົດ 2018 ທີ່ຜ່ານມາ

ກອງບັນຊາການທະຫານເຂດ 5 ແລະ ບັນດາກົມກອງຂອງຫວຽດນາມທີ່ຕັ້ງທັບໃນບໍລິເວນໃກ້ຄຽງ ໄດ້ລະຮີບດ່ວນລະດົມລົດໂອໂຕ, ລົດໂຮງໝໍ, ເຮືອປະເພດຕ່າງໆ, ກຳລັງເສນາຮັກ ແລະ ທີມຜ່າຕັດ 211 ຮວມໄປເຖິງພາຫະນະອຸປະກອນຮັບມື ແລະ ແກ້ໄຂຜົນກະທົບຍ້ອນຫຼັງດັ່ງກ້່ວ.

ນອກຈາກນີ້ນາຍົກລັດຖະມົນຕີຫວຽດນາມຍັງໄດ້ຕົກລົງຊ່ວຍເລືອດ້ານງົບປະມານແກ່ລັດຖະບານລາວ ເປັນເງິນຈຳນວນ 200.000ໂດລາ ເພື່ອແກ້ໄຂບັນຫາດັ່ງກ່າວໃນໄລຍະຮີບດ່ວນ.

 

ແຫລ່ງຂ່າວ:​ ອິດສະຫຼະ

 

1 COMMENT

  1. ຊ່ວຍໃຫ້ຄວາມກະຈາງເເຈ້ງເເດ່ແອັດມິນວ່າແມ່ນປະເທດໃກແທ້ ທີ່ເຂົ້າມາຊ່ວຍລາວກ່ອນໝູ່

Comments are closed.