ສິງກະໂປກັບມາຕັ້ງຫຼັກສູ້ໂຄວິດໃໝ່ພາຍຫຼັງມີຄົນຕິດເຊື້ອເພີ່ມສູງຂຶ້ນ

ເວັບໄຊໄທໂພສລາຍງານ: ລັດຖະບານສິງກະໂປປະກາດຍອມຮັບວ່າ ຈຳນວນຕົວເລກຜູ້ຕິດເຊື້ອໃໝ່ພາຍໃນປະເທດໄດ້ຖີບຕົວສູງຂຶ້ນໃນອາທິດຜ່ານມາ ຈາກ 76 ລາຍຕໍ່ວັນ ເພີ່ມເປັນ 288 ລາຍຕໍ່ວັນ ໂດຍຄາດວ່າຈະມີແນວໂນ້ມສູງເຖິງມື້ລະພັນຄົນໃນອີກບໍ່ດົນ ເຖິງແມ່ນປະຊາກອນ 81% ຈະໄດ້ຮັບວັກຊິນປ້ອງກັນໂຄວິດ-19 ຄົບສອງໂດສແລ້ວກໍຕາມ.

ລັດຖະບານສິງກະໂປໄດ້ຮຽນຮ້ອງໃຫ້ປະຊາຊົນຫຼຸດຜ່ອນກິດຈະກຳທາງສັງຄົມທີ່ບໍ່ຈຳເປັນ ພ້ອມກຽມເລັ່ງກວດຫາເຊື້ອໃຫ້ປະຊາຊົນໃນກຸ່ມສ່ຽງ ຂະນະດຽວກັນນັ້ນ, ລັດຖະບານຍັງມີແຜນຫຼຸດຈຳນວນວັນກັກໂຕຈາກ 14 ວັນເຫຼືອພຽງ 10 ວັນ ເນື່ອງຈາກສາຍພັນເດລຕ້າມີຊ່ວງເວລາຂອງການຟັກໂຕສັ້ນລົງ ເຊິ່ງຄາດວ່າຈະເລີມປະຕິບັດນັບແຕ່ອາທິດນີ້ເປັນຕົ້ນໄປ ພ້ອມໃຫ້ຜູ້ປ່ວຍໂຄວິດທີ່ສັກວັກຊີນຄົບກັບໄປປິ່ນປົວຕົນເອງຢູ່ບ້ານເຮືອນຂອງໃຜລາວ.

ຢ່າງໃດກໍຕາມ, ລັດຖະບານສິງກະໂປຈະບໍ່ມີການນຳໃຊ້ມາດຕະການລັອກດາວອີກຄັ້ງ ແຕ່ຈະນຳໃຊ້ມາດຕະການຕັດວົງຈອນແທນ ໂດຍອີງໃສ່ປະສົບການຂອງການລະບາດໂຄວິດ-19 ໃນຫຼາຍປະເທດ ໄດ້ຊີ້ໃຫ້ເຫັນວ່າ ຄື້ນການແຜ່ລະບາດຈະໃຊ້ເວລາປະມານ 4-8 ອາທິດກ່ອນທີ່ມັນຈະເພີ່ມຕົວເລກສູ່ຈຸດສູງທີ່ສຸດ ແລ້ວຈິ່ງຄ່ອຍລົດຈຳນວນຕໍ່າລົງໃນເວລາຕໍ່ມາ.