ສານຕັດສິນຈຳຄຸກ 3 ປີໃນຄະດີຍັກຍອກເງິນ 200 ລ້ານກີບ ຂອງບໍລິສັດສະຕາໂທລະຄົມ

11222336

—————————————-

ທ້າວ ເວດສີລາ ອາຍຸ 28 ປີ ຢູ່ບ້ານ ດົງໂດກ ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງຈັນ ຖືກ​ຄະນະ​ສານ​ອາຍາ ປະຊາ
ຊົນ​ຂັ້ນ​ຕົ້ນ ນະຄອນຫລວງ​ວຽງຈັນ ຕັດສິນ​ຈຳ​ຄຸກ 3 ປີ ພ້ອມ​ທັງ​ປັບ​ໃຫມ 500.000 ກີບ ​ແລະ ຮັບຜິດຊອບ​ທາງ​
ແພ່ງ ຈໍານວນ 120.799.000 ກີບ, ​ໃນ​ວັນ​ທີ່ 22 ມັງກອນ 2014 ​ໃນ​ສະຖານ​ຍັກ​ຍອກ​ຊັບ​ລວມຫມູ່​ໂດຍ​ຍັກ​ຍອກ​
ເງິນ​ບໍລິສັດ​ສະຕາ​ໂທລະ​ຄົມ ​ເກືອບ 200 ລ້ານ​ກີບ.
​ໃນ​ສຳ​ນວນ​ຄະດີ​ໃຫ້​ຮູ້​ລ້ວ​ນຳ​ເອົາ​ເງິນ​ໄປ​ໃຊ້​ສ່ວນ​ຕົວ ​ໂດຍ​ບໍ່ນຳ​ໄປຸອກ​ໃຫ້​ບໍລິສັດ ​ແລະບໍລິສັດ​ກໍ່​ໄດ້​ແຈ້ງ​ໃຫ້​ຜູ້ກ່ຽວຮັບ​
ຮູ້​ຫນີ້​ສິນ ພ້ອມ​ທັງ​ບອກ​ວ່າ​ຈະ​ຕັດ​ເງິນ​ເດືອນ​ຂອງ​ຜູ້ກ່ຽວ. ຫລັງ​ຈາກ​ຍ້າຍ​ໄປ​ຢູ່​ເມືອງ​ສັງ​ທອງ ​ແລ້ວ​ທ້າວ ​ເວດ​ສີ​ລາ
ກໍ່​ໄດ້​ຮັບ​ເອົາ​ສິນຄ້າ​ຂອງ​ບໍລິສັດ​ປະ​ເພດ​ບັດ​ເຕີມ​ເງິນ, ຢູນິ​ໂຮມ, ​ໂທລະສັບ​ຕັ້ງ​ໂຕະ, ຊິ​ມກຣາດ​ໂທລະສັບ ​ແລະ ຢູ​ເອດ​
ບີ 3 ຈີ ​ໄປ​ຂາຍ​ຄື​ເກົ່າ ​ແລ້ວ​ບໍ່ນຳ​ເອົາ​ວ່າ: ​ໃນ​ວັນ​ທີ່ 1 ​ເມສາ 2011 ທ້າວ ​ເວດ​ສາລີ ​ໄດ້​ເຂົ້າ​ໄປ​ເປັນ​ພະນັກງານ​ບໍລິສັດ​
ສະຕາ​ໂທລະ​ຄົມຕັ້ງ​ຢູ່​ບ້ານ​ ໂພນ​ໄຊ ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງຈັນ, ຫນ້າ​ທີ່​ຮັບຜິດຊອບ​ຂາຍ​ສິນຄ້າ​ໃຫ້​ແກ່​
ບໍລິສັດ ​ເຊັ່ນ: ບັດ​ເຕີມ​ເງິນ​ຊູ​ໂມ, ຢູນິ​ໂຮມ, ຢູ​ເອັດ​ບີ 3 ຈີ ​ແລະ ຊິ​ມ​ໂທລະສັບ ​ເຊິ່ງຮັບ​ເອົາ​ໄປ​ຂາຍ​ຢູ່​ພາຍ​ໃນ​ນະຄອນ
ຫລວງ​ວຽງຈັນ, ຕົກ​ມາ​ຮອດ​ ເດືອນຕຸລາ 2011 ທ້າວ ​ເວດ​ສີ​ລາ ຈື່ງ​ຖືກ​ຊັບຊ້ອນ​ໄປ​ເປິ​ນຫົວຫນ້າ​ຮັບຜິດຊອບ​ຢູ່​ສູນ​
ຕະຫລາດ ​ເມືອງ​ສັງ​ທອງ,ກ່ອນ​ທີ່​ຈະ​ຖືກ​ຊັບຊ້ອນ​ໄປປະຈຳ​ຢູ່​ເມືອງ​ສັງ​ທອງ​ນັ້ນ, ທ້າວ ​ເວດ​ສີ​ລາ ​ແມ່ນ​ໄດ້​ຕິດ​ຫນີ້​ບໍລິ
ສັດ​ແລ້ວ​ຈຳນວນ80.000.000 ກີບແລະ ບໍລິສັດ​ໄດ້​ກວດ​ຮູ້​ວ່າ: ຜູ້ກ່ຽວ​ເອົາ​ສິນຄ້າ​ໄປ​ຂາຍ​ແເງິນ​ມາ​ຖອກ​ໃຫ້​ບໍລິ
ສັດ​ອີກ​ໃຫ້​ບໍລິສັດ​ອີກ​ໂດຍ​ໃຊ້​ຮູບ​​ແບບ​ເກົ່າ​ແລ້ວ​ເອົາ​ເງິນມາ​ໃຊ້​ສ່ວນ​ຕົວ​ຈື່ງ​ພາ​ໃຫ້​ທ້າວ ​ເວດ​ສີ​ລາ ​ເປັນ​ຫນີ້​ບໍລິສັດ​
ຕື່ມ​ອີກ​ທັງ​ຫມົດ​ເປັນ ຈຳນວນ174.554.000 ກີບ.ມາ​ຮອດ​ເດືອນ​ເມສາ 2013 ຜູ້ກ່ຽວຮູ້​ວ່າ​ເປັນ​ຫນີ້​ຫລາຍ​ຈື່ງ​
ບໍ່​ໄປ​ເຮັດ​ວຽກ​ເລີຍ. ພາຍຫລັງ​ມາ​ຮອດເດືອນ​ມິຖຸນາ 013 ບໍລິສັດ​ສະຕາ​ໂທລະ​ຄົມ​ຈື່ງ​ໄດ້​ແຈ້ງ​ໃຫ້​ທ້າວ ​ເວດ​ສີ​ລາ
ຢຸດ​ເຊົາ​ຈາກ​ການ​ເປັນ​ພະນັກງານ​ຂອງ​ບໍລິສັດ​ແລ້ວ​ຈື່ງ​ໄດ້​ຮ້ອງ​ຟ້ອງ​ທ້າວ ​ເວດ​ສີ​ລາ ຈາກ​ນັ້ນ, ຕົກ​ມາ​ໃນ​ວັນ​ທີ່
27 ສິງຫາ 2013 ຈື່ງ​ຖືກ​ກັກ​ຕົວ​ມາ​ດຳ​ເນີນ​ຄະດີ​ຕາມ​ກົດຫມາຍ. ​ໃນ​ເງິນ​ຈຳນວນ​ດັ່ງກ່າວ​ແມ່ນ​ໄດ້​ໃຊ້​ໄປ​ແລ້ວ​
ຈຳນວນ​ຫນື່ງ ​ແລະ ຍັງ​ເຫລືອ​ຕົວ​ຈິງ​ແມ່ນ 120.799.000 ກີບ.ຜ່ານ​ການ​ຄົ້ນຄວ້າ​ບັນດາ​ຫລັກ​ຖານ, ​ເອກະ
ສານ​ຕ່າງໆທີ່​ປະກອບ​ຢູ່​ສຳນວນ​ຄະດີ​ຢ່າງ​ລະອຽດຖີ່​ຖ້ວນ, ຮອບດ້ານ ​ແລະບວກ​ກັບ​ການ​ໄຕສວນ​ໃນ​ທີ່​ຫ້ອງ​ປະ
ຊຸມ​ສານ​ແລ້ວ​ເຫັນ​ວ່າ​ມີ​ຫລັກ​ຖານ​ຮັບ​ກຸມ​ໜັກແໜ້ນ​ພຽງພໍ​ຢັ້ງຢືນ​ວ່າ​ທ້າວ ​ເວດ​ສີ​ລາມີ​ຄວາມ​ຜິດ​ທາງ​ອາຍາ​
ໃນ​ສະຖານ​ທີ່​ຍັກ​ຍອກ​ຊັບ​ຂອງ​ລວມຫມູ່ ຕາມ​ມາດຕາ 110 ຂອງ​ກົດຫມາຍ​ອາຍາ.

ຂໍ້ມູນຈາກ: ໜັງສືພິມຄວາມສະຫງົບ,