ສັນຍານເຕືອນ ກ່ອນເປັນພະຍາດມະເຮັງເຕົ້ານົມ

0
2284

ໃນປະຈຸບັນ ຄົນເຮົາຕ່າງກໍເຮັດວຽກໜັກ ຈົນອາດລືມທີ່ຈະດູແລເບິ່ງແບງສຸຂະພາບຂອງຕົນເອງ ເຊິ່ງພະຍາດທີ່ມັກເວົ້າເຖິງ ແລະພົບເຫັນຢູ່ຕະຫຼອດໃນກຸ່ມແມ່ຍິງຍຸກໃໝ່ ແລະເປັນພະຍາດທີ່ຄວນໃຫ້ຄວາມສົນໃຈກໍຄື ພະຍາດ “ມະເຮັງເຕົ້ານົມ” ເຊິ່ງຄົນທີ່ເປັນພະຍາດນີ້ກໍມີສັນເຕືອນໃນຮ່າງກາຍດັ່ງນີ້:

  1. ຈັບເບິ່ງນົມ ແລະພົບວ່າ ມີກ້ອນຢູ່ເຕົ້ານົມ ຫຼືຮັກແຮ້
  2. ຮູບຮ່າງ ຫຼືຂະໜາດຂອງເຕົ້ານົມປ່ຽນແປງ ຜິດຈາກຮູບເດີມ
  3. ຜິວໜັງບໍລິເວນເຕົ້ານົມ ມີຮອຍແຫ່ວ ຫຼືມີຮອຍແຫ່ວບູ້ມຄືກັບເປືອກໝາກກ້ຽງ
  4. ນໍ້ານົມໄຫຼຜິດປົກກະຕິເຊັ່ນ: ອອກຈາກຫົວນົມເບື້ອງດຽວ ຫຼືເປັນສີຄ້າຍຄືກັບເລືອດ
  5. ເຈັບຜິດປົົກກະຕິບໍລິເວນເຕົ້ານົມ ທີ່ບໍ່ແມ່ນຊ່ວງເປັນປະຈໍາເດືອນ

ຫວັງວ່າເມື່ອສາວໆໄດ້ອ່ານບົດຄວາມນີ້ແລ້ວ ຈະຊ່ວຍໃຫ້ສາວໆ ຫັນມາໃສ່ໃຈເບິ່ງແຍງສຸຂະພາບ ຄອຍສັງເກດຕົວເອງ ໝັ່ນກວດເບິ່ງເຕົ້ານົມເປັນປະຈຳ ແລະໄປພົບແພດໝໍ ເມື່ອມີອາການທີ່ໜ້າສົງໄສ