ສະຫະລັດກຽມແບນຜູ້ລີ້ໄພ 11 ປະເທດ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດອາເມລິກາ ເມື່ອວັນທີ 30 ມັງກອນ 2018ນີ້ວ່າ ທ່ານ ນາງ ເຄິຣສເຈນ ນີລເຊນ ລັດຖະມົນຕີກະຊວງຄວາມໝັ້ນຄົງແຫ່ງພາກພື້ນຂອງສະຫະລັດ (ດີເອຊເອສ) ກ່າວເມື່ອວັນຈັນວ່າ ລັດຖະບານວໍຊິງຕັນຢຸດຕິມາດຕະການຫ້າມຜູ້ລີ້ໄພຈາກ “ກຸ່ມປະເທດສ່ຽງ” ໃນການເດີນທາງເຂົ້າສູ່ສະຫະລັດ ເຊິ່ງຄົບກຳນົດ 90 ວັນ ຢ່າງໃດກໍ່ຕາມຜູ້ລີ້ໄພທີ່ຖືສັນຊາດ ໃນກຸ່ມປະເທດເຫຼົ່ານັ້ນຈະໄດ້ພົບກັບມາດຕະການຄັດກອງ “ເປັນກໍລະນີພິເສດ” ທີ່ຈະມີຄວາມເຂັ້ມງວດຫຼາຍຂຶ້ນ

ທັງນີ້ ປະທານາທິບໍດີ ໂດນລ ທຣັມ ມີຄຳສັ່ງເມື່ອຊ່ວງທ້າຍເດືອນ ຕຸລາ 2017 ໃຫ້ລະງັບການຮັບຜູ້ລີ້ໄພຈາກ 11 ປະເທດ ທີ່ຖືເປັນກຸ່ມສ່ຽງດ້ານຄວາມໝັ້ນຄົງ ເປັນເວລາ 90 ວັນ ໂດຍສ່ວນໃຫຍ່ເປັນປະເທດທີ່ຢູ່ໃນຕະເວັນອອກາງ ແລະ ແອຟຣິກາເໜືອ ເຖິງແມ່ນວ່າທາງການສະຫະລັດຈະຍັງບໍ່ເຄີຍມີການເປີດເຜີຍລາຍຊື່ປະເທດທັງໝົດຢ່າງເປັນທາງການ ແຕ່ທຸກຝ່າຍປະເມີນໄປໃນທາງດຽວກັນວ່າໄດ້ແກ່: ປະເທດອີຢິບ, ອິຣັກ, ອິຫລ່ານ, ລີເບຍ, ມາລີ, ເກົາຫຼີເໜືອ, ໂຊມາເລຍ, ຊູດານໃຕ້, ຊູດານ, ຊີເຣຍ ແລະ ເຢເມນ ເຊິ່ງເປັນປະເທດທີ່ມີບັນຫາ ດ້ານນະໂຍບາຍກັບລັດຖະບານທຣັມ ແລະ ເປັນປະເທດທີ່ຜູ້ນຳສະຫະລັດປະກາດຢ່າງເປີດເຜີຍຫຼັງຮັບຕຳແໜ່ງໄດ້ບໍ່ດົນ ວ່າຕ້ອງການລະງັບການເຂົ້າເມືອງຂອງຜູ້ຖືສັນຊາດເຫຼົ່ານີ້