ວະລາດິເມຍ ປູຕີນ ສັ່ງເຕະເກມໂປເກມອນໂກ ອອກຈາກຣັດເຊຍ

  ສໍານັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີປູຕິນ ຂອງຣັດເຊຍ ໄດ້ສັ່ງໄລ່ເກມໂປເກມອນໂກ ອອກໄປຈາກປະເທດ ຫຼັງຈາກກວດສອບເຄຣມລິນພົບໄວຣັສທີ່ເພີ່ມຂຶ້ນຂອງເກມສະມາດໂຟນ ໄດ້ມີການເຊື່ອມໂຍງກັບຊີໄອເອ (CIA) ແລະ ໄດ້ແຜ່ກະຈາຍໄປທົ່ວຊຸມຊົນ ຂອງໜ່ວຍງານຂ່າວສານ ເຊິ່ງກໍາລັງຈະຖືກໃຊ້ ໃນການແອບລວບລວມເອົາຂໍ້ມູນໄດ້ຢ່າງມະຫຶມາ.
  ເກມນີ້ຍັງບໍ່ໄດ້ຮັບການເຜີຍແຜ່ຢູ່ໃນຣັດເຊຍ, ແຕ່ເຖິງຢ່າງໃດກໍ່ຕາມ ບັນດາແຟນໆເກມໂປເກມອນໂກໃນຣັດເຊຍ ກໍ່ໄດ້ເລີ່ມຕົ້ນໂຫຼດ ແລະ ນໍາມາຫຼີ້ນໃນກຸງມົດສະກູແລ້ວ, ດັ່ງນັ້ນ ວາລາດີເມຍ ປູຕິນ ຈຶ່ງໄດ້ອອກມາເຕືອນ ໃຫ້ຢູ່ຫ່າງໆຈາກອາຄານຜູ້ອາໄສ ແລະ ສໍານັກງານຂອງລັດ ເພື່ອຮັບປະກັນຄວາມປອດໄພ ໃນການຮັກສາຄວາມສະຫງົບໄດ້ເຕັມທີ່.

  ສ່ວນທາງດ້ານປະເທດຈີນ, ຕະຫຼາດສະມາດເກມທີ່ໃຫຍ່ທີ່ສຸດໃນໂລກ ກໍ່ໄດ້ທໍາການສະຫງວນເກມນີ້ໄວ້ແລ້ວເຊັ່ນກັນ, ເນື່ອງຈາກວ່າ ເກມນີ້ອາດຈະເປັນມ້າມືດເພື່ອພາລະກິດທາງການທະຫານທີ່ຮຸນແຮງ ຂອງອາເມຣິກາ ແລະ ຍີ່ປຸ່ນອີກດ້ວຍ.

  ສາເຫດຫຼັກໆກໍ່ເນື່ອງມາຈາກເກມນີ້ ໄດ້ໃຊ້ຈີພີເອສ ຂອງສະມາດໂຟນແຕ່ລະໜ່ວຍ ດັ່ງນັ້ນ ຈຶ່ງສາມາດບັນທຶກແຜນທີ່ທາງພູມສາດ ໃນແຕ່ລະເຂດໄດ້ຢ່າງຊັດເຈນ.

ເພຈ: ສາລະພັນຂ່າວ ສູນລວມຂ່າວສານ ແລະ ສາລະໜ້າຮູ້