ລາຍລະອຽດຜູ້ຕິດເຊື້ອໃໝ່ 28 ຄົນ ໃນມື້ນີ້! ຄະນະສະເພາະກິດ ເພີ່ມຈຸດກວດໂຄວິດອີກ 4 ຈຸດ

ອີງຕາມການຖະແຫຼງຂ່າວຂອງ ສູນຂໍ້ມູນຂ່າວສານການແພດສຸຂະສຶກສາ ລາຍງານວ່າພົບຜູ້ຕິດເຊື້ອໃໝ່ເພີ່ມ 28 ຄົນ ເຊິ່ງຖືວ່າເປັນຕົວເລກຜູ້ຕິດເຊື້ອໃໝ່ຕໍ່ມື້ສູງສຸດ ນັບຕັ້ງແຕ່ການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ.

ໃນຈໍານວນຜູ້ຕິດເຊື້ອ 28 ຄົນນັ້ນ, 26 ແມ່ນຢູ່ໃນນະຄອນຫຼວງວຽງຈັນ ແລະ ອີກ 2 ຄົນແມ່ນຢູ່ໃນແຂວງຈໍາປາສັກ. ທ່ານ ດຣ ພອນປະດິດ ໄດ້ລາຍງານເພີ່ມກ່ຽວກັບຜູ້ຕິດເຊື້ອກຸ່ມດັ່ງກ່າວວ່າ: ເນື່ອງຈາກພົບຜູ້ຕິດເຊື້ອກໍລະນີທີ 59 ເຊິ່ງໄດ້ມີການເດີນທາງໄປຫຼາຍບ່ອນ ຫຼາຍສະຖານທີ່ ແລະ ທາງຄະນະສະເພາະກິດ ໄດ້ມີການຕິດຕາມເອົາຜູ້ທີ່ໄປພົວພັນກັບສະຖານທີ່ດັ່ງກ່າວ 294 ຕົວຢ່າງ ແລະ ພົບຜູ້ຕິດເຊື້ອ 26 ຄົນ ກໍຄື: ຮ້ານນວດ 111 ມີຜູ້ຕິດເຊື້ອ 3 ຄົນ, ຮ້ານໄດມ້ອນຄາຣາໂອເກະ 2 ຄົນ, ຮ້ານ ມາຣີນາ ໄນ້ຄລັບ 2, ຮ້ານອາຫານຟັນນີ້ 2 ຄົນ, ຮ້ານ ຄາຣາໂອເກະ 8118 ມີຜູ້ຕິດເຊື້ອ 1 ຄົນ. ທາງຄະນະສະເພາະກິດກຳລັງເລັ່ງກວດສອບ ຫາຜູ້ສຳຜັດໃກ້ຊິດ ເຊິ່ງເປັນກຸ່ມສ່ຽງ ກັບກໍລະນີໃໝ່ທັງ 26 ຄົນ ເພື່ອເກັບຕົວຢ່າງມາກວດ.

ສ່ວນຜູ້ຕິດເຊື້ອໃໝ່ ຢູ່ແຂວງຈໍາປາສັກ 2 ຄົນນັ້ນ ແມ່ນແຮງງານທີ່ເດີນທາງມາຈາກຕ່າງປະເທດ ກໍຄືປະເທດໄທ ແລະ ໄດ້ເຂົ້າມາຢ່າງຖືກກົດໝາຍ ແລະ ປັດຈຸບັນໄດ້ຮັບການປິ່ນປົວທີ່ໂຮງໝໍຢູ່ຈໍາປາສັກ.

ໃນວັນທີ 20 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 656 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ, ໃນນັ້ນ ມີຜູ້ຕິດເຊ້ືອຈາກ ນະຄອນຫລວງວຽງຈັນ 26 ຄົນ ແລະ ແຂວງຈຳປາສັກ 2 ຄົນ ລາຍລະອຽດມີດັ່ງນີ້:

  1. ຮ້ານນວດ 1111 ມີຜູ້ຕິດເຊື້ອ 03 ຄົນ, ເພດຍິງ: 2 ຄົນ;​
  2. ຮ້ານ Diamond Karaoke ມີຜູ້ຕິດເຊື້ອ 02 ຄົນ, ເພດຍິງ: 0 ຄົນ;
  3. ຮ້ານ Marina Night Club ມີຜູ້ຕິດເຊື້ອ 03 ຄົນ, ເພດຍິງ: 3 ຄົນ;
  4. ຮ້ານອາຫານ Funny89 ແລະ ຮ້ານເຂົ້າປຽກໄກ່ຜູ້ໂອກ ມີຜູ້ຕິດເຊື້ອ 02 ຄົນ, ເພດຍິງ: 1 ຄົນ;
  5. ຮ້ານ Bar and Karaoke 8118 ມີຜູ້ຕິດເຊື້ອ 01 ຄົນ, ເພດຍິງ: 0 ຄົນ;
  6. ກິນເຫຼົ້າຊຸມແຊວຢູ່ສະຖານທີຕ່າງໆ (ອູ່ລົດໂພນຕ້ອງ,​ ຊຸມແຊວບ້ານໂພນທັນ, ບ້ານໜອງທາໃຕ້, ບ້ານສີໄຄ, ບ້ານໜອງພະຍາ ແລະ ບ້ານສະພານທອງໃຕ້) ມີຜູ້ຕິດເຊື້ອ 15 ຄົນ.
  • ຜູ້ຕິດເຊື້ອຈາກ ແຂວງຈຳປາສັກ ຈໍານວນ 02 ຄົນ ແມ່ນແຮງງານລາວທີ່ກັບມາຈາກປະເທດໄທ ຖືກຕາມລະບຽບຫຼັກການ ແລະ ໄດ້ເຂົ້າຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດແຂວງກຳນົດໄວ້ ກ່ອນຖືກເກັບຕົວຢ່າງກວດ.
  • ປະຈຸບັນ ຜູ້ຕິດເຊື້ອທັງ 28 ຄົນ ໄດ້ເຂົ້ານອນແຍກປ່ຽວ,​ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ໂຮງໝໍແຂວງຈຳປາສັກ.
  • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 149,401 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 60 ຄົນ.

-ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ: ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 39 ຄົນ (ໃໝ່ 28),​ ໃນນັ້ນ: ຢູ່ນະຄອນຫຼວງວຽງຈັນ 31 ຄົນ (ໂຮງໝໍມິດຕະພາບ), ແຂວງຈຳປາສັກ 3 ຄົນ, ແຂວງສາລະວັນ 1​ ຄົນ, ແຂວງສະຫວັນນະເຂດ 2 ຄົນ, ແຂວງຄຳມ່ວນ 1 ຄົນ, ແຂວງບໍລິຄຳໄຊ 1 ຄົນ (ສູນປິ່ນປົວຫຼັກ 6), ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

ເພື່ອຍົກລະດັບ ແລະ ຄົ້ນຫາຜູ້ຕິດເຊື້ອໃຫ້ໄດ້ໄວ, ທາງຄະນະສະເພາະກິດໄດ້ຂະຫຍາຍສະຖານທີ່ກວດເຊື້ອໂຄວິດ-19 ເພີ່ມອີກ 4 ຈຸດ ກໍຄື: ໜຶ່ງ ເດີ່ນກິລາໃນຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ, ສະໜາມກິລາເດີ່ນເຈົ້າອານຸວົງ ເມືອງຈັນທະບູລີ, ມສ ສີໂຄດ ຫຼື ມສ ໂຮ່ຈີມິນ, ແລະ ມສ ລາວ-ຫວຽດ.