ລັດຖະບານຕັ້ງເປົ້າຈະກໍານົດ 16 ດ່ານທົ່ວປະເທດ ເພື່ອກວດກາຄຸນນະພາບນໍ້າມັນ

ລັດຖະບານລາວ ຈະສູ້ຊົນຈັດຕັ້ງປະຕິບັດໃຫ້ສໍາເລັດ ໃນການກໍານົດເອົາ 16 ດ່ານສາກົນ ທົ່ວປະເທດ ເປັນບ່ອນກວດສອບ ແລະ ອອກໃບຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ທີ່ນໍາເຂົ້າຈາກຕ່າງປະເທດ  ພາຍໃນປີ 2018. ຂະນະທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍສໍາເລັດການເປີດສາຍດ່ວນ 1513 ເພື່ອຮັບເອົາຄໍາຮ້ອງທຸກຈາກຜູ້ຊົມໃຊ້.

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປີດເຜີຍອາທິດນີ້ ວ່າ: ກະຊວງຂອງຕົນໄດ້ສໍາເລັດກໍານົດ 14 ດ່ານສາກົນ ເພື່ອກວດສອບ ແລະ ອອກໃບຢັ້ງຢືນ ຄຸນນະພາບນໍ້າມັນເຊື້ອໄຟ ກ່ອນການນໍາເຂົ້າ ສປປ ລາວ ແລະ ມີແຜນຂະຫຍາຍຕື່ມອີກ ດ່ານສາກົນ ໃຫ້ຄົບຕາມເປົ້າໝາຍ 16 ດ່ານສາກົນ ທີ່ມີການນໍາເຂົ້ານໍ້າມັນເຊື້ອໄຟ ໃນທົ່ວປະເທດ ພາຍໃນປີ 2018.

ນອກຈາກນັ້ນຍັງມີການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ຕາມສາງເກັບນໍ້າມັນເຊື້ອໄຟ ແລະ ຕາມປໍ້າຈໍາໜ່າຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດປີລະຄັ້ງ. ພ້ອມນັ້ນສູນດັ່ງກ່າວຍັງໄດ້ມີລົດກວດຄຸນນະພາບນໍ້າມັນເຊື້ອໄຟເຄື່ອນທີ່ ໄວ້ບໍລິການຕາມການຮ້ອງຮຽນຂອງປະຊາຊົນ ແລະ ເປີດສາຍດ່ວນ 1513 ຈາກຜູ້ຊົມໃຊ້.

 

ແຫລ່ງຂ່າວ: ຮັກຊາດ (ສຳນັກຂ່າວສານປະເທດລາວ)