Homeຂ່າວທ້ອງຖິ່ນປະທານປະເທດ ມອບສານແຕ່ງຕັ້ງທູດລາວ ໄປປະຈຳຢູ່ປະເທດໄທ

ປະທານປະເທດ ມອບສານແຕ່ງຕັ້ງທູດລາວ ໄປປະຈຳຢູ່ປະເທດໄທ

Published on

ໃນ​ວັນ​ທີ 5 ກັນຍາ 2017, ທີ່ຫ້ອງ​ວ່າການ ​ປະທານ​ປະ​ເທດ ທ່ານ ບຸນ​ຍັງ ວໍລະ​ຈິດ ປະ ທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ​ ​ແສງ ສຸຂະ​ທິວົງ ໄປດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຣາຊະ​ອານາຈັກ​ໄທ.

ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານທູດ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ໄປປະຕິບັດໜ້າທີ່ການທູດ ປະຈຳຢູ່ຣາຊະ​ອານາຈັກ​ໄທ, ພ້ອມທັງ ໃຫ້ທິດຊີ້ນຳ ຢ່າງເລິກເຊິ່ງ ​ແລະ ໜັກແໜ້ນ, ໂດຍສະເພາະ ການປະທິບັດໜ້າທີ່ການທູດ ໃຫ້ເກີດປະໂຫຍດສູງສຸດ ແກ່ພາ ລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ທັງເປັນການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ປະເທດໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ພ້ອມ​ນີ້, ທ່ານທູດ ທີ່​ຖືກ​ແຕ່ງ​ຕັ້ງ ກໍໄດ້ຖືໂອກາດສະແດງ ຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນ ມາຍັງການນຳ ພັກ-ລັດຖະບານ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແຕ່ງຕັ້ງໃຫ້ເປັນ ເອກອັກຄະລັດຖະທູດ​ໄປ ປະຈຳການ ຢູ່ປະເທດດັ່ງກ່າວ. ພ້ອມທັງ ສະແດງຄວາມຢືນຢັນວ່າ ຈະສຸມທຸກຄວາມພະຍາຍາມ ເພື່ອປະຕິບັດໜ້າທີ່ ທີ່ຖືກມອບໝາຍໃນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ ມາສູ່ປະເທດຊາດ.

 

ຮຽບຮຽງຂ່າວ: ສົມ​ຫວັງ,
ພາບປະກອບຂ່າວ: ​ໄອ່​ຄຳ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...