spot_img
Homeຂ່າວພາຍ​ໃນລັກລົດຄົນບ້ານດຽວກັນ

ລັກລົດຄົນບ້ານດຽວກັນ

Published on

    ໃນ​ວັນ​ທີ 22 ມັງ­ກອນ​ຜ່ານ​ມາ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ປກສ ເມືອງ​ປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຮັບ​ແຈ້ງ​ຄວາມ​ຈາກ ທ້າວ​ຄຳ​ພັນ ຢູ່​ບ້ານ​ບົງ​ວ່າ: ໄດ້​ມີ​ຄົນ​ຮ້າຍ ມາ​ລັກ​ເອົາ​ລົດ­ຈັກ​ເວບ​ຈີນ​ສີ­ດຳ​ຂອງ​ຕົນທີ່​ຂັບ​ຂີ່​ໄປ​ຫາ​ປາ ແລະ​ຈອດ​ໄວ້​ແຄມ​ນ້ຳສາ, ຈາກ​ນັ້ນ​ເຈົ້າ​ໜ້າ­ທີ່ ປກສ ກຸ່ມ​ໂພນ ໄຊ (ໃຕ້) ຈິ່ງ​ໄດ້​ຂຶ້ນ​ບັນ­ຊີ​ເປົ້າ​ໝາຍ​ຕິດຕາມ, ມາ​ຮອດ​ວັນ​ທີ 29 ເດືອນ​ດຽວກັນ ຈິ່ງ​ສາ­ມາດ​ກັກ​ຕົວ​ຜູ້​ຖືກ​ຫາ​ໄດ້​ໜຶ່ງຄົນ​ຄື ທ້າວ ສາຍ​ຝົນ ອາ­ຍຸ 23 ປີ ຊຶ່ງ​ເປັນ​ຄົນ​ບ້ານ​ດຽວ​ກັນ​ກັບ​ຜູ້​ເສຍ​ຫາຍ ພ້ອມ​ດ້ວຍ​ຂອງ​ກາງລົດ­ຈັກ​ຄັນ​ດັ່ງ­ກ່າວ ຫຼັງ​ຈາກ​ນັ້ນ​ໄດ້​ສົ່ງ​ໃຫ້​ເຈົ້າ​ໜ້າ­ທີ່​ພະແນກ​ຕຳ­ຫຼວດ ປກສ ເມືອງປາກ​ຊັນ ດຳ­ເນີນ​ການ​ສືບ­ສວນ-ສອບ​ສວນ​ຕາມຂັ້ນ​ຕອນ​ຂອງ​ກົດ­ໝາຍ.

    ຜ່ານ​ການ​ສືບ­ສວນ-ສອບ​ສວນ ທ້າວ ສາຍ​ຝົນ​ໄດ້​ໃຫ້­ການ​ຮັບ​ສາ­ລະ­ພາບ​ວ່າ: ໃນ​ວັນ​ທີ 22 ມັງ­ກອນ 2016 ເວ­ລາ​ປະມານ 09 ໂມງ ຜູ້­ກ່ຽວ​ພ້ອມ​ກັບ​ໝູ່ 04 ຄົນ​ຄື ທ້າວ ໃຈ, ທ້າວ ລິນ, ທ້າວ​ນິ່ງ ແລະ​ທ້າວ​ສຸ້ຍ ໄດ້​ພາ­ກັນ​ໄປ​ຄວ່າງ­ແຫ​ຫາ ປາ​ຢູ່​ວັງ​ລີ່­ຜີ ພໍ​ຮອດ​ເວ­ລາ​ປະ­ມານ 12 ໂມງ​ຂອງ​ວັນ​ດຽວ​ກັນຕົນ​ໄດ້​ຄອບ​ໝູ່​ກັບເມືອ​ບ້ານ​ໃນ​ເວ­ລາ​ເດີນ­ທາງ​ກັບ​ບ້ານ​ໄດ້ເຫັນ​ລົດ­ຈັກ​ເວບ​ຈີນ​ສີ­ດຳ​ຈອດ​ປະ​ໄວ້ແຄມ​ນ້ຳ​ສາ​ຈາກ​ນັ້ນ​ຜູ້­ກ່ຽວ​ຈິ່ງ​ໄປ​ໄຂ ເບາະ​ລົດ​ແລ້ວ​ເຫັນ​ກະ­ແຈ​ລົດ​ປະ​ໄວ້​ໃນເບາະ​ຈິ່ງ​ໄດ້​ຂັບ​ຂີ່​ລົດ­ຈັກ​ຄັນ​ດັ່ງ­ກ່າວ​ກັບມາ​ບ້ານ​ແລ້ວ​ເອົາ​ໄປ​ຊຸກ­ເຊື່ອງ​ໄວ້​ປ່າແຄມ​ບ້ານ, ຮອດ​ເວ­ລາ 18 ໂມງ​ຂອງວັນ​ດຽວ​ກັນ​ຕົນ​ຈິ່ງ​ໄດ້​ຂັບ​ຂີ່​ລົດ­ຈັກ​ຄັນດັ່ງ­ກ່າວ​ໄປ​ຈ່າວ​ຂາຍ​ໃຫ້​ປະ­ຊາ­ຊົນ ບ້ານ​ສິນ​ໄຊ ເມືອງ​ປາກ​ຊັນ, ໃນ​ລາ­ຄາ 1 ລ້້ານ​ກີບ ແຕ່​ບໍ່​ມີ​ຄົນ​ຊື້​ຜູ້­ກ່ຽວ​ຈິ່ງ​ໄປນອນ​ພັກ​ເຊົາ​ນຳ ທ້າວ ຕູ່ ຮອດ​ວັນ​ທີ 23 ມັງ­ກອນ 2016 ໄດ້​ມີ​ນາງ ແດງ ຢູ່​ບ້ານ​ສິນ​ໄຊ ເມືອງ​ປາກ​ຊັນ ມາ​ຮັບ​ຊື້ລົດ­ຈັກ​ຄັນ​ດັ່ງ­ກ່າວ​ນຳ​ຜູ້­ກ່ຽວ ຊຶ່ງ​ຂາຍໃນ​ລາ­ຄາ 5 ແສນ​ກີບ ເມື່ອ​ຂາຍ​ລົດ​ໄດ້ ແລ້ວ​ຜູ້­ກ່ຽວ​ໄດ້​ໄປ​ພັກ​ເຊົາ​ນຳ​ໝູ່​ຢູ່​ບ້ານອາ​ນຸ​ສອນ​ໄຊ ເມືອງ​ປາກ​ຊັນ, ສ່ວນ​ເງິນ ກໍ​ເອົາ​ໄປ​ຊື້​ໂທລະ­ສັບ​ມື​ຖື​ຈຳ­ນວນ 1 ໜ່ວຍ ໃນ​ລາ­ຄາ 4,5 ແສນ​ກວ່າ​ກີບ ແລະ ອີກ 50 ພັນ​ກີບ ກໍ​ເອົາ​ໄປ​ຊື້​ຢາ​ບ້າ​ມາ ເສບ​ຈົນ​ໝົດ.

ເຈົ້າ​ໜ້າ­ທີ່ ປກສ ເມືອງ ປາກ​ຊັນ​ໄດ້ ໃຫ້​ຮູ້​ຕື່ມ​ວ່າ: ຜ່ານ​ການ​ສືບ­ສວນ-ສອບ ສວນ​ຂອງ​ເຈົ້າ​ໜ້າ­ທີ່​ເຫັນ​ວ່າ­ການ​ກະ ທຳ​ຂອງ ທ້າວ ສາຍ​ຝົນ ເປັນ​ການ​ກະທຳ​ຜິດ​ໃນ​ສະ­ຖານ​ລັກ​ຊັບ​ພົນ­ລະ­ເມືອງ ຊຶ່ງ​ຜິດ​ຕໍ່​ມາດ­ຕາ 119 ຂອງ​ກົດ­ໝາຍ ອາ­ຍາ​ແຫ່ງ ສປປ ລາວ, ປະ­ຈຸ​ບັນ​ພວມ ສະ­ຫຼຸບ​ສຳ­ນວນ​ຄະ­ດີ​ເພື່ອ​ສົ່ງ​ໄອ​ຍະ​ການ ຟ້ອງ​ສານ​ຕັດ­ສິນ​ຕາມ​ກົດ­ໝາຍ, ສ່ວນ ລົດ­ຈັກ​ເວບ​ຈີນ ສີ­ດຳ ທີ່​ຜູ້​ຖືກ​ຫາ​ລັກ​ໄປ ທາງ​ເຈົ້າ​ໜ້າ­ທີ່​ສາ­ມາດ​ເກັບ​ກູ້​ຄືນ​ມາ​ໄດ້ແລະ​ກໍ​ມອບ​ຄືນ​ໃຫ້​ເຈົ້າ​ຂອງ​ເດີມ​ເປັນ ທີ່​ຮຽບ​ຮ້ອຍ​ແລ້ວ​ໃນ​ວັນ​ທີ 11 ກຸມ­ພາ 2016 ກ່າວ​ມອບ​ໂດຍ ທ່ານ ພັນ​ຕີ ຄຳ ແດງ ຫຼວງ​ຜ່ານ ຫົວ­ໜ້າ ປກສ ກຸ່ມ​ໂພນ ໄຊ​ໃຕ້, ກ່າວ​ຮັບ​ໂດຍ​ທ່ານ ແສງ​ທອງ ພຸດ​ທະ​ວົງ ຫົວ­ໜ້າ ປກສ ບ້ານ​ບົງ ຊຶ່ງ ຕາງ­ໜ້າ​ໃຫ້​ແກ່​ເຈົ້າ​ຂອງ​ຊັບ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...