ຢູ 18 ລາວ ສ້າງຜົນງານຕົກຕໍ່າສຸດບໍ່ມີຈັກຄະແນນ ໃນບານເຕະຊີງແຊ້ມອາຊຽນ 2017

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 18 ປີ ສ້າງຜົນງານຕົກຕໍ່າທີ່ສຸດເມື່ອບໍ່ສາມາດເກັບໄດ້ຈັກຄະແນນໃນການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ 2017 ຮຸ່ນອາຍຸບໍ່ເກີນ 18 ປີ, ຈັດຂຶ້ນ ທີ່ປະເທດ ມຽນມາ ໃນລະຫວ່າງວັນທີ 4-17 ກັນຍາ 2017 ນີ້ ໂດຍມີ 11 ປະເທດເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມຄື:
– ກຸ່ມ A : ໄທ, ຕີມໍ ເລສເຕ, ມາເລເຊຍ, ສິງກະໂປ, ກຳປູເຈຍ ແລະ ລາວ.
– ກຸ່ມ B : ຫວຽດນາມ, ມຽນມາ, ອິນໂດເນເຊຍ, ບຣູໄນ, ຟີລິບປິນ.

ເມື່ອລົງສະນັດທີ 5 ຂອງກຸ່ມ A ໃນວັນທີ 12 ກັນຍາ ທີ່ຜ່ານມາ ເສຍໃຫ້ກັບ ທີມຊາດກໍາປູເຈຍ ໝົດທ່າ 1-4.

ຈາກຜົນດັ່ງກ່າວ ສົ່ງຜົນໃຫ້ ທີມຊາດລາວ ຢູ 18 ສ້າງປະຫວັດສາດຕໍ່ເນື່ອງ ຫຼັງກ່ອນໜ້ານີ້ເສຍໃຫ້ ຕີມໍ ເລັສເຕ 2-3 ເປັນຄັ້ງທໍາອິດ ແລະ ຈາກຜົນນັດລ້າສຸດ ຫຼື ນັດສຸດທ້າຍຂອງກຸ່ມ ທີ່ເສຍໃຫ້ ກໍາປູເຈຍ 1-4 ເຮັດໃຫ້ທີມຊາດລາວ ບໍ່ມີຈັກຄະແນນຖືເປັນຜົນງານທີ່ຕົກຕໍ່າທີ່ສຸດກວ່າ ທີມຊາດທຸກຊຸດທີ່ຜ່ານມາ.

ສະຫລຸບຜົນການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸ 18 ປີ ທີ່ ແຂວງ ຢາງກຸງ ປະເທດ ມຽນມາ.
ທີມຊາດລາວ ລົງແຂ່ງຂັນ 4 ນັດ ເສຍ 4 ນັດ ມີ 0 ຄະແນນ ເປັນອັນດັບ 6 ກຸ່ມ A.
ລາວ ເສຍ ມາເລເຊຍ 1-4
ລາວ ເສຍ ໄທ 1-2
ລາວ ເສຍ ສິງກະໂປ 0-3
ລາວ ເສຍ ຕິມໍ ເລສເຕ 2-3
ລາວ ເສຍ ກຳປູເຈຍ 1-4

 

 

ແຫລ່ງຂ່າວ: Sengaloun Sayalath