ພົບພຣະເກົ່າແກ່ 11 ອົງ ທີ່ວັດຊຽງທອງ ຄາດວ່າສ້າງຂຶ້ນສະໄໝ ພຣະເຈົ້າໄຊຍະເສດຖາທິຣາດ

511

ເມື່ອຮອດຂອບຍາມລະດູປີມາ ພຣະສົງສາມະເນ ເຖົ້າແກ່ແນວໂຮມບ້ານຊຽງທອງ ຄີລີ ໂພນເຮືອງ…ຮ່ວມກັນອະຣາດທະນາພຣະເຈົ້າໝ່ານລົງຫົດສົງ ໃນປີນີ້ແມ່ນເອົາລົງ ວັນທີ່ 22/04/2016 ເວລາ 9 ໂມງເຊົ້າມີ ພິທີ ອັງເຊີນພຣະໝ່ານລົງແຫ່ໄປບ່ອນຫໍຫົດສົງ ທີ່ວັດຊຽງທອງ ໄດ້ປຸກຫໍສົງໂດຍສະເພາ ເພື່ອໃຫ້ພຣະສົງ ຍາດໂຍມ ພໍ່ແມ່ພີ່ນ້ອງໄດ້ຮ່ວມກັນ ຫົດໃນ ໃນປີນີ້ ຕອນເຊົ້າຕອນຂະນະເອົາພຣະເຈົ້າໝ່ານລົງແຫ່ນັ້ນຟ້າແມ່ນບົດ ແຕ່ໃນເວລາ 16:00 – 17:00 ໂມງ ກໍ່ມີຝົນຕົກພ້ອມຫມາດເຫັບນ້ອຍໆຕົກລົງມາ ຫລັງຈາກນັ້ນ ແມ່ນເອື້ອນ ແລະມີແດດອອກນ້ອຍຫນຶ່ງ

ຈາກນັ້ນເວລາປະມານ 20:00 ໂມງ ໄດ້ເກີດມີພະຍຸເຂົ້າທັງລົມທັງຝົນ ທົ່ວເມືອງຫລວງພຣະບາງ ໂດຍສະເພາະຢູ່ວັດຊຽງທອງ ໄດ້ເຮັດໃຫ້ກົກໂພທີ່ຢູ່ຫນ້າຫໍກອງໄດ້ຫລົ້ມລົງມາທັບພຣະທາດທີຕັ້ງຢູ່ຫນ້າອາຮາມ(ສີມ)ບ່ອນຫໍສົງນ້ຳພຣະເຈົ້າໝ່ານ ຈົນໄດ້ເຮັດໃຫ້ພຣະທາດໜ່ວຍນັ້ນເກີດຄວາມເສຍຫາຍຫລາຍສົມຄວນ ແຕ່ອົງພຣະໝ່ານທີ່ຢູ່ໃນບໍລິເວນ ບໍ່ໄດ້ຮັບຄວາມເສຍຫາຍຫຍັງເລີຍ ( ພຣະທາດຫນຶ່ງທີ່ໄດ້ຮັບຄວາມເສຍຫາຍນີ້ເປັນພຣະທາດເກົ່າແກ່ ຄົງສ້າງມາແຕ່ສ້າງວັດໃຫມ່ໆພຸ້ນ ແລະພຣະທາດຫນ່ວຍນີ້ ແມ່ນໄດ້ຮັບການປະຕິສັງຂອນຕິດແກ້ວໃສ່ໃຫ້ງົດງາມ ໃນສະໄຫມເຈົ້າມະຫາຊີວິດສຼີສະຫວ່າງວັດທະນາ ) ໃນພຣະທາດທີ່ຖືກກົກໂພຫລົ້ມທັບໃນຄັ້ງນີ້ໄດ້ພົບເຫັນໄຫຫນຶ່ງຫນ່ວຍ ໃນໄຫນັ້ນບັນຈຸ (ພຣະບຸ) ພຣະເຈົ້າເງິນ 09 ອົງ ພະເຈົ້າຄຳ 2 ອົງ(ຄຳຂາວ 01 ອົງ ຄຳເຫລືອງ 01 ອົງ) ລວມທັງຫມົດເປັນ 11 ອົງເຊິ່ງຄາດການວ່າບັນດາພຣະພຸທທະຮູບເຫລົ່ານີ້ສ້າງຕັ້ງແຕ່ສະໄຫມເຈົ້າໄຊຍະເສດຖາທິຣາຊ ພຸ້ນ

ຂໍ້ມູນຈາກ: Art and Culture of Laos