Homeຂ່າວທ້ອງຖິ່ນພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ

ພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ

Published on

ໃນວັນທີ 22 ກັນຍາ 2023 ຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຄຳມ່ວນ ໄດ້ພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ, ໂດຍການເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງ, ຄະນະກອງບັນຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັອ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ກ່າວວ່າ: ອາວຸດທີ່ນໍາມາທຳລາຍໃນຄັ້ງນີ້ ແມ່ນສອງກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ປະສານສົມທົບກັນຢ່າງເຂັ້ມງວດ ເພື່ອເຄື່ອນໄຫວເກັບກູ້, ທ້ອນໂຮມອາວຸດເສິກ, ອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມທຸກຊະນິດ ທີ່ເປັນອັນຕະລາຍ ແລະ ເປັນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ກ່ຽວກັບການນຳໃຊ້ອາວຸດປືນ, ອາວຸດລ່າເນື້ອຢ່າງຊະຊາຍ ໂດຍບໍ່ຄຳນຶງເຖິງກົດໝາຍ ແລະ ລະບຽບການ ເຊິ່ງໄດ້ສ້າງຄວາມເສຍໃຫ້ໃຫ້ແກ່ຊີວິດ ແລະ ຊັບສິນຂອງພົນລະເມືອງ ເປັນຕົ້ນ: ການນຳໃຊ້ອາວຸດປືນໃນການນາບຂູ່, ປຸ້ນຈີ້ຊີງຊັບ, ຂ້າເຈົ້າເອົາຂອງ, ຄາດຕະກຳ; ເຊິ່ງປະກົດການດັ່ງກ່າວ ໄດ້ສົ່ງຜົນກະທົບ ແລະ ມີຜົນເສຍຫາຍຢ່າງໃຫຍ່ຫຼວງຕໍ່ສັງຄົມ.

ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດ ສາມາດກອບກູ້, ທ້ອນໂຮມອາວຸດ ແລະ ວັດຖຸຕ້ອງຫ້າມ ໄດ້ຈຳນວນຫຼາຍລາຍການ ປະກອບມີ: ອາວຸດປືນ ລວມມີ 194 ກະບອກ. ໃນນີ້, ອາວຸດເສິກ (ປືນຍາວ) ຈໍານວນ 85 ກະບອກ, ອາວຸດເສິກ (ປືນສັ້ນ) ຈໍານວນ 109 ກະບອກ, ອາວຸດລ່າເນື້ອ 2.593 ກະບອກ, ເລົາປືນ 387 ເລົາ, ວັດຖຸຕ້ອງຫ້າມປະເພດໝໍ້ຊ໋ອດໄຟຟ້າ ຈໍານວນ 67 ເຄື່ອງ ແລະ ຈັກສະຕິນ 20 ເຄື່ອງ.

ສຳລັບເປົ້າໝາຍການທຳລາຍໃນພິທີຄັ້ງນີ້ ມີອາວຸດລ່າເນື້ອ 2.593 ກະບອກ, ເລົາປືນ 387 ເລົາ, ໝໍ້ຊ໋ອດໄຟຟ້າ 67 ເຄື່ອງ ແລະ ຈັກສະຕິນ 20 ເຄື່ອງ; ສ່ວນອາວຸດເສິກຈໍານວນໜຶ່ງ ແມ່ນໄດ້ເກັບຮັກສາໄວ້ ແລະ ມອບຕໍ່ໃຫ້ກະຊວງທີ່ກ່ຽວຂ້ອງຄຸ້ມຄອງ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...