ຝົນຕົກໜັກ! ດິນເຈື່ອນຖົມຊາວບ້ານ 20 ຄົນຢູ່ອິນເດຍ ຄາດອາດເສຍຊີວິດທັງໝົດ!

558000009015701

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ສິງຫາຜ່ານມານີ້ວ່າ ເກີດເຫດດິນເຈື່ອນຈາກຝົນຕົກໜັກ ໃນພື້ນທີ່ເປີ້ນພູແຫ່ງໜຶ່ງໃນລັດມະນີປຸຣະ ໃກ້ກັບຊາຍແດນມຽນມາ ໂດຍດິນໄດ້ເຈື່ອນລົງມາຖົມເຮືອນຊານ ແລະ ຊາວບ້ານເອົາໄວ້ 20 ຄົນ ຊຶ່ງຄາດວ່າອາດເສຍຊີວິດທັງໝົດ ໂດຍເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາສົບຂອງຜູ້ເສຍຊີວິດ.

ດ້ານລັດຖະບານອິນເດຍ ໄດ້ສັ່ງໃຫ້ໜ່ວຍກູ້ໄພ ແລະ ທີມບັນເທົາທຸກເຂົ້າໄປໃນພື້ນທີ່ລັດດັ່ງກ່າວນີ້ແລ້ວ ໃນຂະນະທີ່ລົມມໍລະສຸມກຳລັງສ້າງຄວາມເສຍຫາຍໃຫ້ແກ່ຫລາຍພື້ນທີ່ຂອງລັດ.