spot_img
Homeຂ່າວຕ່າງປະເທດປູຕິນລົງນາມເພື່ອລະດົມກຳລັງທະຫານພາຍໃນຣັດເຊຍ

ປູຕິນລົງນາມເພື່ອລະດົມກຳລັງທະຫານພາຍໃນຣັດເຊຍ

Published on

ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ປະກາດວ່າ ໄດ້ລົງນາມດຳລັດເພື່ອ ລະດົມກຳລັງທະຫານພາຍໃນຣັດເຊຍບາງສ່ວນຕື່ມອີກ.

ອ້າງອີງຈາກ ສຳນັກຂ່າວ Sputnik ຂອງຣັດເຊຍ ໄດ້ລາຍງານວ່າ: ປູຕິນ ໄດ້ກ່າວວ່າ ສະຖານະການນີ້ ມັນເປັນສິ່ງຈຳເປັນຫຼາຍທີ່ຕ້ອງຕັດສິນໃຈໃນຄັ້ງນີ້ ທັ້ງນີ້ກໍເພື່ອປົກປັກຮັກສາບ້ານເກີດເມືອງນອນ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ແລະກໍເພື່ອຮັບປະກັນຄວາມສະຫງົບ ຄວາມປອດໄພຂອງປະຊາຊົນ ສະນັ້ນຈຶ່ງມີຄວາມຈຳເປັນເພື່ອສະໜັບສະໜູນ ຂໍ້ສະເໜີຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ເສນາທິການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂົນຂວາຍເອົາປະຊາຊົນບາງສ່ວນໃນຂອບເຂດຊາຍແດນທົ່ວປະເທດຣັດເຊຍ.

ໂດຍມາດຕະການຈະເລີ່ມຕົ້ນໃນວັນພຸດ ວັນທີ 21 ກັນຍານີ້ ໂດຍຈະເກນເອົາຜູ້ທີ່ມີປະສົບການ ແລະ ວິຊາຊີບທາງດ້ານທະຫານ ເຊິ່ງປະຊາຊົນທີ່ເຂົ້າຮ່ວມກອງທັບໃນລະຫວ່າງການລະດົມກຳລັງທະຫານ ຈະໄດ້ຮັບສະຖານະ ແລະ ຫຼັກປະກັນທາງສັງຄົມ ຈາກການເປັນທະຫານຮັບຈ້າງ ຈົນກວ່າຈະຈົບການລະດົມທະຫານ.

ກ່ອນ​ໜ້າ​ນີ້ ​ໃນ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດຂອງ ປະທານາທິບໍດີ ປູຕິນ ​ໄດ້​ອະທິບາຍ​ສະພາບ​ການ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ພິ​ເສດທີ່ ຢູ​ເຄຣນ, ທ່ານ​ກ່າວ​ເນັ້ນ​ວ່າ ​ເປົ້າ​ໝາຍ​ຕົ້ນຕໍ​ຂອງ​ການ​ປະຕິບັດ​ງານ​ພິ​ເສດ​ຂອງ​ຣັດ​ເຊຍທີ່ຢູເຄຣນ ​ແມ່ນ​ການ​ປົດ​ປ່ອຍ ດອນບາສ.

ຣັດ​ເຊຍ​ຈະ​ສະໜັບສະໜູນ​ໝາກຜົນ​ຂອງ​ການ​ “ລົງ​ປະຊາ​ມະຕິ” ຫຼື ການລົງຄະແນນສຽງ ​ເຊິ່ງຈະ​ດຳ​ເນີນ​ຢູ່​ແຄ້ວນ ໂດເນສ ລູຮັນ ເຄີຊອນ ​ແລະ ຊາປໍລິສເຊຍ.

ທ່ານ​ປູ​ຕິນ​ກ່າວ​ວ່າ ການ​ຂັດແຍ່ງ​ກັນ​ໃນ​ປັດ​ຈຸ​ບັນ​ແມ່ນ​ການ​ຊັກ​ຈູງ​ໂດຍ​ຝ່າຍ​ຕາ​ເວັນ​ຕົກ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ​ປະ​ເທດ​ຕາ​ເວັນ​ຕົກ​ສະ​ແຫວ​ງຫາ​ການ​ທຳລາຍ ​ແລະ ​ແຕກ​ແຍກ​ຂອງຣັດ​ເຊຍ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...