ປະເທດທີ່ຮັ່ງມີກັກຕຸນວັກຊີນໂຄວິດ-19 ໄວ້ໃຊ້ເກີນຄວາມຕ້ອງການເຮັດໃຫ້ປະເທດທຸກຍາກຂາດວັກຊີນ

ກຸ່ມ ONE Campaign ທີ່ເຮັດໜ້າທີ່ລົນນະລົງຕໍ່ຕ້ານຄວາມທຸກຍາກເປີດເຜີຍວ່າ ບັນດາປະເທດທີ່ຮັ່ງມີມີວັກຊີນປ້ອງກັນໂຄວິດ-19 ຫຼາຍກວ່າປະລິມານທີ່ຕ້ອງການໃຊ້ ເຮັດໃຫ້ປະເທດທີ່ທຸກຍາກຕ້ອງດິ້ນຮົນຕາມຫາວັກຊີນທີ່ເຫຼືອ.

ລາຍງານຂອງ ONE Campaign ສຶກສາການເັດສນຍາຊື້ຂາຍວັກຊີນຕ້ານໂຄວິດ-19 ກັບຜູ້ຜະລິດລາຍໃຫຍ່ 5 ບໍລິສັດໄດ້ແກ່: Pfizer-BioNTech, Moderna, Oxford-AstraZeneca, Johnson & Johnson, Novavax.

ການສຶກສາໄດ້ຊີ້ໃຫ້ເຫັນວ່າ ບັນດາປະເທດອາເມລິກາ, ສະຫະພາບຢູໂຣບ ອັງກິດ, ອົດສະຕາລີ, ການາດາ ແລະ ຍີ່ປຸ່ນ ມີວັກຊີນລວມກັນຫຼາຍກວ່າ 3,000 ລ້ານໂດສ ເກີນກວ່າປະລິມານທີ່ຕ້ອງໃຊ້ຊັກໃຫ້ກັບປະຊາຊົນທັງໝົດຄົນລະ 2 ໂດສ (ລວມ 2,060 ໂດສ).

ສ່ວນເກີນວັກຊີນມີຈຳນວນມະຫາສານເຖິງ 1 ລ້ານໂດສ ທາງ ONE Campaign ໄດ້ຮຽກຮ້ອງໃຫ້ປະເທດທີ່ຮັ່ງມີຄື: ອາເມລິກາ ແລະ ອັງກິດ ແບ່ງປັນວັກຊີນສ່ວນເກີນໃຫ້ປະເທດອື່ນໆ ເຊິ່ງຖ້າຫາກປະເທດເຫຼົ່ານີ້ບໍ່ແບ່ງປັນສ່ວນເກີນຂອງປະເທດຕົວໃຫ້ປະເທດອື່ນ ອາດເຮັດໃຫ້ປະຊາກອນໂລກນັບພັນລ້ານຄົນບໍ່ໄດ້ຮັບວັກຊີນ ສົ່ງຜົນໃຫ້ການລະບາດຂອງໂຄວິດໃຊ້ເວລາຍືດເຍື້ອຍາວນານ.

ຮຽບຮຽງຂ່າວ: ພຸດສະດີ