ບຸນຊ້າງປະຈໍາປີ 2021 ຈະຈັດພຽງວັນດຽວຈະບໍ່ມີຕະຫຼາດນັດ ແລະ ບໍ່ມີການຄົບງັນໃດໆ

ອໍານາດການປົກຄອງ ແຂວງໄຊຍະບູລີແຈ້ງໃຫ້ຮູ້ວ່າ: ການຈັດງານມະຫາກໍາບຸນຊ້າງໃນປີ 2021 ທີ່ແຂວງໄຊຍະບູລີ ເຊິ່ງເປັນຄັ້ງທີ 15, ຈະຈັດຂຶ້ນ ໃນວັນທີ 13 ກຸມພາ 2021 ພຽງວັນດຽວເພື່ອເປັນ ຮີດຄອງທີ່ເຄີຍປະຕິບັດມາເທົ່ານັ້ນ.

ໜັງສືພິມວຽງຈັນທາມ ລາຍງານວ່າ ຜູ້ເຂົ້າຮ່ວມພາຍໃນງານຈະຈໍາກັດໃຫ້ມີພຽງແຕ່ 200-300 ຄົນເທົ່ານັ້ນ ແລະ ນອກນັ້ນ ກໍຈະບໍ່ມີງານຕະຫຼາດນັດ ແລະ ບໍ່ມີການຄົບງັນໃດໆ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

ສະເພາະກິດຈະກໍາບຸນຊ້າງທີ່ຈະຈັດໃນວັນທີ 13 ກຸມພາ 2021, ຈະມີພິທີຕັກບາດເພື່ອອຸທິດສ່ວນບຸນກຸສົນໃຫ້ຊ້າງ, ແຫ່ຂະບວນຊ້າງ, ບາສີສູ່ຂວັນຊ້າງ, ຈັດອາຫານບຸບເຟໃຫ້ຊ້າງກິນເພື່ອເປັນການສ້າງເງື່ອນໄຂໃຫ້ຊ້າງມີໂອກາດໄດ້ມາພົບປະກັນ.

ສໍາລັບຊ້າງທີ່ຈະເຂົ້າຮ່ວມງານບຸນແມ່ນໄດ້ກໍານົດເອົາຊ້າງຈໍານວນ 16-18 ໂຕທີ່ລ້ຽງຢູ່ພາຍໃນເມືອງ ໄຊຍະບູລີ.

ຮຽບຮຽງຂ່າວ: ພຸດສະດີ