ທຸລະກິດຄ້າ​ຍ່ອຍ​ມຽນມາ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ

0
1573

ສູນ​ວິ​ເຄາະ​ເສດຖະກິດທີ່​ເອັມບີ ຊີ້​ວ່າ ລົງທຶນ​ທຸລະ​ກິດ​ຄ້າ​ຍ່ອຍ​ໃນ​ມຽນມາ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ ​ເນື່ອງ​ຈາກ​ເສດຖະກິດ​ເຕີບ​ໂຕ​ຕໍ່​ເນື່ອງ.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ເສດຖະກິດ​ມຽນມາ​ປີ 2011-2015 ຂະຫຍາຍຕົວ​ສະ​ເລ່ຍ 8% ​ແລະ ຄາດ​ຈະ​ຂະຫຍາຍຕົວ​ເພີ່ມ​ເປັນ 8,3% ​ໃນ​ປີໜ້າ ຊຶ່ງ​ທະນາຄານ​ພັດທະນາ​ອາຊີ (​ເອດີ​ບີ) ຄາດ​ວ່າ ລາຍ​ໄດ້​ສະ​ເລ່ຍຂອງ​ປະຊາຊົນ​ມຽນມາ​ຈະ​ເພີ່ມ​ຂຶ້ນ 3 ​ເທົ່າ​ພາຍ​ໃນ 13 ປີ​ຕໍ່ໜ້າ ຈາກ​ລາຍ​ໄດ້​ສະ​ເລ່ຍຕໍ່​ຄົນ 1.269 ​ໂດ​ລາ​ສະຫະລັດ​ໃນ​ປີ​ກ່ອນ, ຊຶ່ງ​ທີ​ເອັມບີ ຄາດ​ຄະ​ເນ​ວ່າ ກຳລັງ​ຊື້​ຂອງ​ປະຊາຊົນ​ມຽນມາ​ຈະ​ສູງ​ຂຶ້ນ ​ເນື່ອງ​ຈາກ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ ສ້າງ​ໂອກາດ​ໃຫ້​ແກ່​ທຸລະ​ກິດ​ຄ້າ​ຍ່ອຍ​ສະ​​ໃໝ​ໃໝ່.

​ປະຈຸ​ບັນ ທຸ​ລະ​ກິດ​ຄ້າ​ຍ່ອຍ​ມຽນມາ​ເປັນ​ຮູບ​ແບບ​ຄ້າ​ຍ່ອຍ​ແບບ​ດັ້ງ​ເດີມ​ປະມານ 90% ​ແລະ ​ເປັນ​ຄ້າ​ຍ່ອຍ​ສະ​​ໃໝ​ໃໝ່ ​ໂດຍ​ຜູ້​ປະກອບ​ການ​ທ້ອງ​ຖິ່ນ​ພຽງ 10% ​ເມື່ອ​ປຽບທຽບ​ກັບສສ ຫວຽດນາມ​ມີ​ອັດຕາ​ສ່ວນ​ທຸລະ​ກິດ​ຄ້າ​ຍ່ອຍ​ໃໝ່​ຢູ່​ທີ່ 24%. ຂະນະ​ທີ່​ໄທ ມີ​ອັດຕາ​ສ່ວນ​ສູງ​ເຖິງ 50% ຂອງ​ຜູ້​ປະກອບ​ການ​ຄ້າ​ຍ່ອຍ​ທັງ​ລະບົບ ດັ່ງ​ນັ້ນ​ ທຸລະ​ກິດ​ຄ້າ​ຍ່ອຍ​ສະ​ໄໝ​ໃໝ່​ໃນ​ມຽນມາ​ຍັງ​ມີ​ໂອກາດ​ຂະຫຍາຍຕົວ​ໄດ້​ອີກ​ຫຼາຍ.