Homeຂ່າວຕ່າງປະເທດຄອສຕາຣິກາ​ ແຊ໋ມມີຄວາມສຸກ​ແບບ​ຍືນ​ຍົງ​ທີ່​ສຸດ​ໃນ​ໂລກ

ຄອສຕາຣິກາ​ ແຊ໋ມມີຄວາມສຸກ​ແບບ​ຍືນ​ຍົງ​ທີ່​ສຸດ​ໃນ​ໂລກ

Published on

ມູລະ​ນິທິ​ເສດຖະກິດ​ໃໝ່ (​ເອັນ​ອີ​ເອຟ) ຊຶ່ງ​ເປັນ​ອົງ​ກອນ​ອິດ​ສະຫຼະ​ເພື່ອ​ສົ່ງ​ເສີມ​ຄວາມ​ເປັນ​ທຳ​ທາງ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ອັງກິດ​ເປີດ​ເຜີຍ​ຜົນສຳ​ຫຼວດດັດ​ນີວັດແທກ​ຄວາມສຸກ​ທົ່ວ​ໂລກ​ປະຈຳ​ປີ​ນີ້​ພົບ​ວ່າ ຄອສຕາຣິກາ ​ເປັນ​ປະ​ເທດ​ທີ່​ມີ​ຄວາມສຸກ​​ຍືນ​ຍົງ​ທີ່​ສຸດ​ໃນ​ໂລກ.

ສຳລັບ 10 ປະ​ເທດ​ທີ່​ມີ​ຄວາມສຸກ​ຍືນ​ຍົງ​ທີ່​ສຸດ​ໃນ​ໂລກ​ຈາກ​ດັດຊະນີ​ດັ່ງກ່າວ ນອກ​ຈາກ​ແຊ໋ມຄື ຄອສຕາ ຣິກາ​ແລ້ວ, ອັນ​ດັບ 2 ​ເປັນ​ຂອງ​ເມັກ​ຊິກ, ຮອງ​ລົງ​ມາ​ແມ່ນ​ໂກ​ໂລມ​ບີ, ວາ​ນູອາ​ຕູ, ສສ ຫວຽດນາມ, ອັນ​ດັບ 6 ປາ​ນາມາ, ນິກາຣາກົວ, ບັງ​ກະລາ​ເທດ, ​ໄທ​ອັນ​ດັບ 9 ​ແລະ 10 ​ເອກ​ວາ​ດໍ ຂະນະ​ທີ່​​ເສດຖະກິດລາຍ​ໃຫຍ່​ຄື​ອາ​ເມ​ລິ​ກາ​ໄດ້​ອັນ​ດັບ 108 ຈາກ​ທັງ​ໝົດ 140 ປະ​ເທດ. ດັດຊະນີ​ນີ້​ມຸ່ງວັດແທກ​ວ່າ ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ​ທົ່ວ​ໂລກ ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ເປັນ​ຢູ່​ທີ່​ດີ, ມີ​ຊີວິດ​ຍືນ​ຍາວ ​ແລະ ມີ​ຄວາມສຸກ​ຍືນ​ຍົງ​ໄດ້​ຫຼາຍ​ໜ້ອຍ​ພຽງ​ໃດ ​ໂດຍມີ​ປະ​ເດັນ​ເລື່ອງ​ຄວາມ​ເທົ່າ​ທຽ​​ມກັນ​ໃນ​ສັງຄົມ ​ແລະ ຜົນ​ກະທົບ​ຈາກ​ກິ​ດະ​ກຳ​ຂອງ​ມະນຸດ​ຕໍ່​ສິ່ງ​ແວດ​ລ້ອມ​ໂລກ​ມາ​ປະກອບ​ພິຈາລະນາ.

ການ​ທີ່​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ເມ​ລິ​ກາລາ​ຕິ​ນ ​ໄດ້​ຮັບ​ການຈັດ​ໃຫ້​ເປັນ​ປະ​ເທດ​ທີ່​ມີ​ຄວາມສຸກ​ແບບ​ຍືນ​ຍົງ​ຫຼາຍ​ທີ່​ສຸດ​ໃນ​ອັນ​ດັບ​ຕົ້ນໆ​ຂອງ​ໂລກ ​ເນື່ອງ​ຈາກ​ມີ​ຄະ​ແນນ​ໃນ​ດ້ານ​ການ​ສຶກສາ​ສິ່ງ​ແວດ​ລ້ອມ​ສູງ ​ໂດຍ​ຄອສຕາຣິກາ​ນັ້ນ​ໃຊ້​ພະລັງງານ​ໝູນວຽນ​ໃນ​ການ​ຜະລິດ​ໄຟຟ້າ​ເຖິງ 99% ຊຶ່ງ​ໝາຍ​ເຖິງ​ການ​ໃຊ້​ຊັບພະຍາກອນ​ໂລກ​ໜ້ອຍ​ກວ່າ​ຊາດ​ຕະ​ເວັນຕົກ​ອື່ນ​ຫຼາຍ ຂະນະ​ທີ່​ປະ​ເທດ​ທີ່​ມີ​ຄວາມສຸກ​ນ້ອຍ​ທີ່​ສຸດ 10 ອັນ​ດັບ​ສຸດ​ທ້າຍ​​ໃນ​ດັດຊະນີ​ນີ້ສ່ວນ​ໃຫຍ່​ເປັນ​ປະ​ເທດ​ໃນ​ອາ​ຟຣິກາ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...