Homeຂ່າວຕ່າງປະເທດ​ໄອ​ເອັມ​ເອຟຮຽກຮ້ອງ​ຈີ 20 ​ໃຊ້​ນະ​ໂຍບາຍ​ຫຼາກ​ຫຼາຍ

​ໄອ​ເອັມ​ເອຟຮຽກຮ້ອງ​ຈີ 20 ​ໃຊ້​ນະ​ໂຍບາຍ​ຫຼາກ​ຫຼາຍ

Published on

ກອງ​ທຶນ​ການ​ເງິ​ນສາກົນ (​ໄອ​ເອັມ​ເອຟ) ຮຽກຮ້ອງ​ໃຫ້​ກຸ່ມ​ສະມາຊິກ ຈີ 20 ​ໃຊ້​ນະ​ໂຍບາຍ​ທີ່​ຫຼາກ​ຫຼາຍ ​ເພື່ອ​ຄວບຄຸມ​ຄວາມ​ສ່ຽງ ​ແລະ ກະ​ຕຸ້ນ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງານວານນີ້ ​ໄອ​ເອັມ​ເອຟລະບຸ​ວ່າ ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ໂລກ​ຍັງ​ອ່ອນ​ແອ ​ແລະ ບອບ​ບາງ ຂະນະ​ທີ່​ການ​ແຍກ​ຕົວ​ຂອງ​ອັງກິດ​ອອກ​ຈາກ​ສະຫະພາບ​ເອີຣົບ(​ເບຣັກ​ເຊິ​ທ) ​​ໄດ້​ສ້າງ​ຄວາມ​ສ່ຽງ​ຕໍ່​ເສດຖະກິດ​ໂລກ, ຊຶ່ງ​ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ຂອງ​ກຸ່ມ​ຈີ 20 ປະຊຸມ​ກັນ​ຢູ່​ເມືອງ​ເສິງ​ຕູ ມົນທົນ​ເສ​ສວນ​ຂອງ​ສປ ຈີນ​ໃນ​ວັນ​ທີ 23-24 ກໍລະກົດ, ນອກຈາກ​ນີ້ ​ໄອ​ເອັມ​ເອຟ ຍັງ​ຮຽກຮ້ອງ​ໃຫ້​ຈີ 20 ອອກ​ນະ​ໂຍບາຍ​ທາງ​ການ​ເງິນ, ການຄັງ ​ແລະ ປັບ​ໂຄງ​ສ້າງ ​ເພື່ອ​ສະໜັບສະໜູນ​ອຸປະ​ສົງ ​ແລະ ​ແກ້​ໄຂ​ບັນຫາ​ໜີ້.

ອາທິດ​ທີ່​ຜ່ານ​ມາ ​ໄອ​ເອັມ​ເອຟ​ໄດ້​ປັບ​ຫຼຸດ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ໂລກ​ປະຈຳ​ປີ​ນີ້ ​ແລະ ປີໜ້າ ​ເນື່ອ​ງຈາກ​ສະຖານະ​ການ​ຄວາມ​ບໍ່​ແນ່ນອນ​ທີ່​ເພີ່ມ​ສູງ​ຂຶ້ນ​ຈາກ​ປັດ​ໄຈ​ເບຣັກ​ຊິ​ທ,ຊຶ່ງ​ໄອ​ເອັມ​ເອຟຄາດ​ຄະ​ເນ​ວ່າ ​ເສດຖະກິດ​ໂລກ​ຈະ​ຂະຫຍາຍຕົ​ວ 3,1% ​ໃນ​ປີ​ນີ້ ​ແລະ 3,4% ​ໃນ​ປີໜ້າ ຊຶ່ງ​ຫຼຸດ​ລົງ 0,1% ຈາກ​ການ​ຄາດ​ຄະ​ເນ​ໃນ​ເດືອນ​ເມສາ​ທີ່ຢູ່​ລະດັບ 3,2% ​ໃນ​ປີ​ນີ້ ​ແລະ 3,5% ​ໃນ​ປີໜ້າ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...