ທາງການຈີນຢືນຢັນ ກຳມະກອນ 33 ຄົນ ເສຍຊີວິດທັງໝົດ ຈາກເຫດບໍ່ຖ່ານຫີນລະເບີດ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ພະຈິກນີ້ວ່າ ຈາກເຫດແກັສລະເບີດ ຢູ່ບໍ່ຖ່ານຫີນ Jinshangou ໃນເມືອງໄຫລຊູ່ ນະຄອນສົງຊິ່ງ ທາງພາກໃຕ້ຂອງປະເທດຈີນ ເມື່ອວັນຈັນທີ 31 ຕຸລາທີ່ຜ່ານມານີ້ ຫລ້າສຸດທາງການຈີນໄດ້ອອກມາຢືນຢັນແລ້ວວ່າ ກຳມະກອນຈຳນວນ 33 ຄົນ ທີ່ຕິດຢູ່ພາຍໃນບໍ່ຖ່ານຫີນດັ່ງກ່າວ ໄດ້ເສຍຊີວິດທັງໝົດ.

ທັງນີ້ ນັບຕັ້ງແຕ່ມີການລະເບີດ ເຈົ້າໜ້າທີ່ກູ້ໄພຂອງຈີນ ຈຳນວນລວມກວ່າ 200​ ຄົນ ໄດ້ເລັ່ງດຳເນີນການຊ່ວຍເຫລືອຢ່າງເຕັມກຳລັງ, ແນວໃດກໍຕາມ ເຈົ້າໜ້າທີ່ບໍ່ພົບຜູ້ລອດຊີວິດ ແລະ ສາມາດເກັບກູ້ສົບຂອງກຳມະກອນທັງ 33 ຄົນ ອອກມາໄດ້ຄົບຖ້ວນແລ້ວ ປັດຈຸບັນຍັງຢູ່ລະຫວ່າງການລະບຸຕົວຕົນ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!