ດ່ວນ! ກຸ່ມ IS ບຸກຈັບຕົວປະກັນ 13 ຄົນ ໃຈກາງນະຄອນຊິດນີ ປະເທດອົດສະຕາລີ!

EyWwB5WU57MYnKOuFIsMrKX1pfZ3Si06QZByBcApCx7OSJtWKKLGSJ

 

ລະທຶກ! ມືປືນຢ່າງໜ້ອຍ 1 ຄົນ ຖືທຸງກຸ່ມໄອເອັສ ບຸກເຂົ້າຮ້ານຊ໊ອກໂກແລັດ ໃຈກາງນະຄອນຫລວງຊິດນີ ປະເທດ

ອົດສະຕາລີ ຈັບຕົວປະກັນໄວ້ 13 ຄົນ ດ້ານຕຳຫລວດກຳລັງພະຍາຍາມເຂົ້າຊ່ວຍເຫລືອ.

 

ຂ່າວດ່ວນ ໂດຍສຳນັກຂ່າວຕ່າງປະເທດໄດ້ລາຍງານເຫດການສົດ ທີ່ເກີດຂຶ້ນໃນມື້ນີ້ (15 ທັນວາ) ໂດຍມີຄົນຮ້າຍຢ່າງ

ໜ້ອຍ 1 ຄົນ ຖືປືນບຸກເຂົ້າຮ້ານຊ໊ອກໂກແລັດລິນດ໌ (The Lindt chocolate shop) ເຂດມາຕິນ ເພລສ ເຊິ່ງເປັນສູນ

ກາງທຸລະກິດສຳຄັນ ແລະ ສູນລວມຂອງບັນດາທະນາຄານການຄ້າຕ່າງໆຫລາຍແຫ່ງ ຂອງມະຫານະຄອນຊິດນີ ເມືອງ

ຫລວງຂອງປະເທດອົດສະຕາລີ ໂດຍໄດ້ຈັບທຸງສີດຳຂອງກຸ່ມຕິດອາວຸດລັດອິດສະລາມ ຫລື IS ຕິດໄວ້ຢູ່ບໍລິເວນດ້ານ

ໜ້າຂອງຮ້ານ ພ້ອມທັງຈັບຕົວປະກັນໄວ້ພາຍໃນຮ້ານ 13 ຄົນ ເຊິ່ງຄົນຮ້າຍໄດ້ບັງຄັບໃຫ້ທັງໝົດຢືນຢູ່ບໍລິເວນປ່ອງ

ຢ້ຽມຂອງຮ້ານ ເພື່ອປ້ອງກັນການຈູ່ໂຈມຂອງເຈົ້າໜ້າທີ່ຕຳຫລວດ ເຊິ່ງໄດ້ຍົກກຳລັງພ້ອມອາວຸດຄົບມື ອອກມາຫຸ້ມ

ລ້ອມຈຸດເກີດເຫດເອົາໄວ້ ເພື່ອເຝົ້າໃຫ້ການຊ່ວຍເຫລືອຕົວປະກັນ, ແນວໃດກໍຕາມ ຮອດຂະນະນີ້ກໍຍັງບໍ່ທັນມີຜູ້ໃດ

ໄດ້ຮັບບາດເຈັບ.

 

ລ່າສຸດຕຳຫລວດ ໄດ້ປິດຖະໜົນໃນເຂດດັ່ງກ່າວແລ້ວ ພ້ອມທັງອົບພະຍົບຜູ້ຄົນຢູ່ໃນພື້ນທີ່ ແລະ ສັ່ງປິດນ່ານຟ້າໃນ

ບໍລິເວນດັ່ງກ່າວອີກດ້ວຍ.