ຊາ 4 ຊະນິດ ຍິ່ງດື່ມ ຍິ່ງຊ່ວຍຫລຸດນ້ຳໜັກ

 

ໄລຍະ​ນີ້​ເຫັນ​ໄດ້ແຈ່ມ​ແຈ້ງ​ວ່າ ສາວໆ ສ່ວນ​ໃຫຍ່ຫັນ​ມາ​ໃສ່​ໃຈ​ສຸຂະພາບ​ ແລະ​ຮູບຮ່າງ​ກັນ​ຫລາຍ​ຂຶ້ນ ແລະ ​ຫລາຍ​ຄົນ​ກໍ​ເປັນ​ກັງ​ວົນ​ເລື່ອງ​ອາຫານ​ການ​ກິນ​ຢູ່​ບໍ່​ໜ້ອຍ ​​ໂດຍ​ສະເພາະ​ຄົົນທີ່​ມັກ ດື່ມ​ຊາ ຫລາຍ​ຄົນ​ເປັນ​ກັງ​ວົນ​ວ່າ ການ​ດື່ມ​ຊາ​ອາດ​ມີ​ຜົນ​ຕໍ່​ນ້ຳ​ໜັກ​ໄດ້ ແຕ່​ມື້​ນີ້​ສຳລັບ​ຄົົນທີ່​ມັກ​ດື່ມ​ຊາ​ກຽມ​ດີໃຈ​ໄດ້​ເລີຍ ເພາະ​ເຮົາ​ມີ​ຊາ ຊະນິດ​ຕ່າງໆ ​ທີ່​ຈະ​ມາ​ເປັນ​ຕົວ​ຊ່ວຍ​ໃນ​ການ ຫລຸດ​ນ້ຳ​ໜັກ ແລະ ​ຖື​ເປັນ​ການ​ຜ່ອນ​ຄາຍ​ອາລົມ​ກັບ​ຊາ​ຫອມໆ​ໄປ​ນໍາໃນໂຕ

1. ຊາ​ຂຽວ

 

1

ຊາ​ຂຽວ ນັ້ນ​ເປັນ​ຊາ​ທີ່​ສາມາດ​ໃຊ້​ດື່ມ​ເພື່ອ​ຫລຸດ​ນ້ຳ​ໜັກ​ໄດ້ໂດຍ​ຜູ້​ຊ່ຽວຊານ​ໄດ້​ກ່າວ​ໄວ້​ວ່າ ການ​ດື່ມ​ຊາ​ຂຽວ​ນັ້ນ​ບໍ່ແມ່ນ​ວ່າ​ດື່ມ​ແລ້ວ​ຈະ​ຫລຸດ​ໄດ້​ທັນ​ທີ ແຕ່​ຕ້ອງ​ດື່ມ​ເປັນ​ປະຈຳ ເຊິ່ງ​ຊາ​ຂຽວ​ຈະ​ຊ່ວຍ​ເພີ່ມ​ອັດຕາ​ ທາດເມ​ທາ​ບໍ​ລິ​ຊຶມ ເພີ່ມ​ອັດຕາ​ການ​ເຜົາ​ຜານ​ ຄາ​ໂບ​ໄຮ​ເດດ ​ແລະ ​ທາດ ​ອອກ​ຊິ​ເດ​ຊັນ​ ຂອງ​ໄຂ​ມັນ​ເມື່ອ​ອອກ​ກຳ​ລັງ​ກາຍ ການ​ດື່ມ​ມື້​ລະ 2ເຖິງ 5ຈອກ​ຕໍ່​ມື້ ​ກໍ​ສາມາດ​ຊ່ວຍ​ເຈົ້າ​ໃນ​ການຫ​ລຸດ​ນ້ຳ​ໜັກ​ໄດ້​ແລ້ວ​

2. ຊາ​ອູ່​ຫລົງ

2

ໃບ​ຊາ​ອູ່​ຫລົງ ນັ້ນ​ເມື່ອ​ທຽບ​ກັບ​ໃບ​ຊາ​ຂຽວ​ແລ້ວ​ ຈະ​ມີ​ຄວາມ​ຍາວ​ຫລາຍກວ່າ​ແຕ່​ບໍ່​ເທົ່າ​ໃບ​ຊາ​ດຳ ເຊິ່ງ​ຊາ​ອູ່​ຫລົງ​ນັ້ນ​ມີ​ສັບ​ພະຄຸນຫລາຍ​ ທີ່​ສ່ວນ​ໃຫຍ່​ແລ້ວ​ສົ່ງ​ຜົນ​ຕໍ່​ການ ຫ​ລຸດ​ນ້ຳ​ໜັກ​ ທັງນັ້ນ​ເລີຍ ເພາະ​ຊາ​ອູ່​ຫລົງ​ນັ້ນ​ຈະ​ຊ່ວຍ​ຫລຸດ​ຜົນ​ກະທົບ​ຕ່າງໆ​ທີ່​ໄດ້ຮັບ​ຈາກ​ໄຂ​ມັນ ບໍ່​ວ່າ​ຈະ​ເປັນ​ການຫ​ລຸດ​ປະລິມານ​ໄຂ​ມັນ​ທີ່​ສະ​ສົມ​ໃນ​ຮ່າງກາຍ ແລະ​   ຍັງ​ສາມາດ​ເພີ່ມ​ການ​ເຜົາ​ຜານ​ໄຂ​ມັນ​ໄດ້​ອີກ​ ໂດຍ​ສິ່ງ​ທີ່ເກີດຂື້ນ​ເຫລົ່າ​ນີ້​ກໍ​ຈະ​ສົ່ງ​ຜົນ​ໃຫ້​​ເບິ່ງຈ່ອຍ​ລົງ​ນັ້ນ​ເອງ ​ພຽງ​ດື່ມ​ມື້​ລະ 3ຈອກຕໍ່​ມື້​ເທົ່າ​ນັ້ນ​ເອ

3. ຊາດຳ

3

ຊາ​ດຳ ນັ້ນ​ເປັນ​ຊາ​ທີ່​ມີ​ລົດ​ເຂັ້ມ​ກວ່າ​ ຊາ​ຊະນິດ​ອື່ນໆ ​ແລະ ​ກໍ​ມີ​ຄາ​ເຟ​ອີນ​ຫລາຍກວ່າ​ຊາ​ອື່ນໆ​ເຊັ່ນ​ກັນ ສຳລັບ​ຄົົນທີ່​ມີ​ ອິນ​ຊູ​ລິນ ​ທີ່​ມີ​ຄວາມ​ໄວ​ຕ່ຳ​ນັ້ນ​ຈະ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຕຸ້ຍ​ຫລາຍກວ່າ​ຄົນອື່ນ ເຊິ່ງ​ສາມາດ​ດື່ມ​ຊາ​ດຳ​ເພື່ອ​ເພີ່ມ​ຄວາມ​ໄວ​ຂອງ​ອິນ​ຊູ​ລິນ​ໄດ້

4. ຊາ​ກຸ​ຫລາ

4

ຊາ​ກຸ​ຫລາບ ເປັນ​ໜຶ່ງ​ໃນ​ຊາ​ທີ່​ເກົ່າ​ແກ່​ທີ່ສຸດ​ ທີ່​ມີ​ຜົນ​ໃນ​ການ​ປິ່ນປົວ​ ແລະ ​ການ​ຫລຸດ​ນ້ຳ​ໜັກ ໂດຍ​ຊາ​ກຸ​ຫລາບ​ນັ້ນ​ ເຮັດ​ມາ​ຈາກ​ໃບ​ກຸ​ຫລາບ​ສົດ​ ແລະ ​ຕາ​ຊາ​ປະສົມ​ກັນ ເຊິ່ງ​ວັດ​ຖຸ​ດິບ​ເຫລົ່າ​ນີ້​ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ເອ, ບີ3, ຊີ, ດີ ແລະ ​ອີ ຊາ​ກຸ​ຫລາບ​ນັ້ນ​ຈະ​ຊ່ວຍ​ໃນ​ການ​ຕ້ານ​ເຊື້ອ​ຕ່າງໆ​ ແລະ ​ຍັງ​ເຮັດໃຫ້​ຈ່ອຍ​ລົງ​ດ້ວຍ​ການ​ກຳຈັດ ສານ​ພິດ​ໃນ​ຮ່າງກາຍ​ໄດ້ນໍາ​ອີກ​