ຈີນເປັນປະເທດທີ່ສົ່ງອອກລົດລາຍໃຫຍ່ທີ່ສຸດໃນໂລກແຊງໜ້າຍີ່ປຸ່ນ

0
1078

ຈີນແຊງໜ້າຍີ່ປຸ່ນ ກາຍເປັນປະເທດທີ່ສົ່ງອອກລົດລາຍໃຫຍ່ທີ່ສຸດໃນໂລກໃນຕົ້ນປີ ຍ້ອນຄວາມຕ້ອງການລົດໄຟຟ້າ ແລະ ການສົ່ງອອກລົດໄປຫາຣັດເຊຍທີ່ເພີ່ມຂຶ້ນ.

ຕາມການລາຍງານຂອງຜູ້ຜະລິດລົດຂອງປະເທດຈີນ ໄດ້ລາຍງານວ່າ: ການສົ່ງອອກລົດຂອງຈີນໃນໄລຍະເດືອນມັງກອນ ຫາ ເດືອນມີນາ ເພີ່ມຂຶ້ນ 58% ຈາກປີທີ່ຜ່ານມາ ເປັນ 1,07 ລ້ານຄັນ ແລະ ຈາກຂໍ້ມູນຂອງສະມາຄົມຜູ້ຜະລິດລົດປະເທດຍີ່ປຸ່ນ ເຊິ່ງຍີ່ປຸ່ນໄດ້ສົ່ງອອກລົດ 954.185 ຄັນໃນໄລຍະດຽວກັນ ເພີ່ມຂຶ້ນ 6% ຈາກທີ່ຜ່ານມາ.

ການສົ່ງອອກລົດຂອງຈີນ ໄດ້ຂະຫຍາຍໂຕຢ່າງຕໍ່ເນື່ອງ ກຸ່ມອຸດສາຫະກຳສຳລັບລົດ ປະເພດລົດສ່ວນໂຕ ການສົ່ງອອກເພີ່ມຂຶ້ນ 30% ຕະຫຼອດທັງປີນີ້ ເປັນ 4 ລ້ານຄັນ.

ໃນປີ 2009 ຈີນແຊງໜ້າອາເມຣິກາ ກາຍເປັນຕະຫຼາດລົດໃໝ່ ທີ່ໃຫຍ່ທີ່ສຸດໃນໂລກ ລັດຖະບານຈີນຊ່ວຍໃຫ້ອຸດສາຫະກຳລົດໄຟຟ້າໃນປະເທດຂະຫຍາຍໂຕຂຶ້ນ ໂດຍສະເໜີມາດຕາແຮງຈູງໃຈ ດ້ານການຊື້ ແລະ ພາສີ ຕະຫຼອດເຖິງພັດທະນາໂຄງສ້າງພື້ນຖານ.

ການປ່ຽນໄປໃຊ້ລົດໄຟຟ້າ ໄດ້ກະຕຸ້ນໃຫ້ຈີນຂຶ້ນມາເປັນປະເທດມະຫາອຳນາດໃນການສົ່ງອອກລົດ.

ສຳລັບລົດທີ່ຜະລິດໃນຈີນທັງໝົດ ຣັດເຊຍຖືວ່າເປັນປະເທດທີ່ສົ່ງອອກອັນດັບຕົ້ນໆ ໂດຍມີຍອດການສົ່ງອອກເພີ່ມຂຶ້ນກວ່າ 3 ເທົ່າຈາກປີກ່ອນໜ້ານີ້ 140.000 ຄັນ.

ແຫຼ່ງຂ່າວ BBC