ຈະນໍາໃຊ້ແຮງງານ 5.000 ຄົນເຂົ້າໃນໂຄງການທາງລົດໄຟລາວ-ຈີນໃນແຂວງອຸດົມໄຊ

0
1856

ຕາມການລາຍງານຂອງ ອໍານາດການປົກຄອງແຂວງອຸດົມໄຊ ຢືນຢັນວ່າຈະນໍາໃຊ້ແຮງງານ 5.000 ຄົນ ລວມທັງຄົນລາວ ແລະ ຕ່າງປະເທດເຂົ້າມາເຮັດວຽກ ໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ປັດຈຸບັນການປັກຫລັກໝາຍແລວທາງ ໃນບາງຈຸດຢູ່ ເມືອງງາ ມີຄວາມຄືບໜ້າເປັນຢ່າງດີ.

ສຳລັບເສັ້ນທາງລົດໄຟ ທີ່ແລ່ນຜ່ານສະເພາະແຂວງອຸດົມໄຊ ມີຄວາມຍາວທັງໝົດ 126,6 ກິໂລແມັດ, ມີທັງໝົດ 9 ສະຖານີ ໃນນັ້ນ 3 ສະຖານີໃຫຍ່, 6 ສະຖານີນ້ອຍ, ກໍ່ສ້າງອຸມຸງຈໍານວນ 32 ຈຸດ ຍາວ 79,9 ກິໂລແມັດ, ສ້າງຂົວ 50 ແຫ່ງ ຍາວ 7,30 ກິໂລແມັດ ແລະ ອື່ນໆ.

%e0%bb%81%e0%ba%a5%e0%ba%a7%e0%ba%a5%e0%ba%bb%e0%ba%94%e0%bb%84%e0%ba%9f

ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊໃຫ້ສໍາພາດໃນວັນທີ 9 ທັນວາ 2016 ນີ້ວ່າ: ເມື່ອໂຄງການເສັ້ນທາງລົດດັ່ງກ່າວ ໄດ້ເລີ່ມມືລົງນັ້ນຄາດວ່າຈະມີແຮງງານເຂົ້າມາເຮັດວຽກປະມານ 5.000 ຄົນຢູ່ແຂວງອຸດົມໄຊ, ສໍາລັບການກະກຽມສະບຽງອາຫານໃຫ້ພະນັກງານ ແລະ ກໍາມະກອນເຂົ້າມາດໍາເນີນການກໍ່ສ້າງເສັ້ນທາງລົດ ນັ້ນແຂວງຂອງຕົນກໍໄດ້ກະກຽມແຕ່ງຕັ້ງຄະນະຮັບຜິດຊອບລົງຊຸກຍູ້ປະຊາຊົນ ແລະ ນັກລົງທຶນທີ່ມີຄວາມສົນໃຈເຂົ້າມາລົງທຶນໃນເຂດເມືອງທີ່ມີທ່າແຮງໂດຍສະເພາະປູກຝັງ ແລະ ລ້ຽງສັດຈໍານວນໜຶ່ງເພື່ອຮອງຮັບໂຄງການດັ່ງກ່າວ, ເຊິ່ງ ບາງສ່ວນທີ່ບໍ່ພຽງພໍກໍຈະນໍາເຂົ້າມາ.

ປັດຈຸບັນ ພວມຈັດຕັ້ງປະຕິບັດການລົງໂຄສະນາເຜີຍແຜ່ ໃຫ້ປະຊາຊົນພາຍໃນແຂວງຄື: 3 ເມືອງ ແລະ 40 ບ້ານທີ່ໄດ້ຮັບຜົນກະທົບຄື: ເມືອງໄຊ, ເມືອງງາ, ເມືອງນາໝໍ້ ໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງແນວທາງນະໂຍບາຍຂອງ ພັກ-ລັດ ໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ນອກນີ້ຢູ່ບາງເຂດກໍໄດ້ປັກແລວທາງໄປແລ້ວ ແລະ ບາງເຂດກໍໄດ້ມີ ການປັບປ່ຽນແລວທາງຄືນໃຫ້ມີຄວາມລະອຽດຊັດເຈນຂຶ້ນຕື່ມ ແລະ ຍັງໄດ້ອະນຸຍາດໃຫ້ມີການສໍາຫລວດ ເຂດຈະຕັ້ງສະຖານພັກຊົ່ວຄາວ.

ທ່ານ ຮອງເຈົ້າແຂວງກ່າວຕື່ມວ່າ: ສໍາລັບບັນຫາກ່ຽວກັບການສະເໜີຂອງປະຊາຊົນ ໃນການຊົດເຊີຍການເວນຄືນນັ້ນ ປັດຈຸບັນຢູ່ໃນຂັ້ນຕອນລໍຖ້າແຜນສໍາຫລວດທີ່ລະອຽດຕື່ມວ່າຖືກບ້ານປະຊາຊົນຫລາຍປານໃດແທ້ສໍາລັບເຮືອນ, ທີ່ຢູ່ອາໃສ, ດິນໄຮ່, ດິນສວນ ແລະ ອື່ນໆນັ້ນແມ່ນກວມຈັກ

ຂ່າວ: ສຳນັກຂ່າວສານປະເທດລາວ