ກີນີພົບຜູ້ເສຍຊີວິດຈາກອີໂບລາລະບາດ 4 ຄົນ! WHO ເຝົ້າລະວັງການລະບາດຄັ້ງໃໝ່

ລັດຖະມົນຕີສາທາລະນະສຸກຂອງປະເທດກີນີລາຍງານເມື່ອວັນເສົາທີ່ຜ່ານມາວ່າ ມີຜູ້ເສຍຊີວິດຍ້ອນພະຍາດອີໂບລາໃນປະເທດແລ້ວ 4 ຄົນ ຫຼັງຈາກພົບການລະບາດຂອງໄວຣັສດັ່ງກ່າວອີກຄັ້ງໃນຮອບ 5 ປີ.

ເຈົ້າໜ້າທີ່ມີກັງວົນຫຼາຍກ່ຽວກັບການເສຍຊີວິດຂອງຜູ້ປ່ວຍຫຼາຍຄົນຈາກການລະບາດນີ້ ເຊິ່ງເປັນການພົບຜູ້ເສຍຊີວິດຄັ້ງທຳອິດນັບຕັ້ງແຕ່ມີການລະບາດເມື່ອປີ 2013-2016 ແລະ ໄດ້ເຮັດໃຫ້ມີຜູ້ເສຍຊີວິດໃນເຂດແອຟຣິກາຕາເວັນຕົກເຖິງ 11,300 ຄົນ.

ທ່ານ ຊາໂກບາ ເກອີຕາ ຜູ້ອຳນວຍການອົງການຄວາມໝັ້ນຄົງສາທາລະນະສຸກແຫ່ງຊາດ ໄດ້ກ່າວກັບສື່ທ້ອງຖິ່ນວ່າ ໜຶ່ງໃນຜູ້ເສຍຊີວິດເປັນພະຍາບານທີ່ມີອາການປ່ວຍເມື່ອທ້ານເດືອນມັງກອນທີ່ຜ່ານມາ ສົບຖືກຝັງເມື່ອວັນທີ 1 ກຸມພາ ໃນກຸ່ມທີ່ລວມເຮັດພິທີຝັງສົບມີທັງໝົດ 8 ຄົນທີ່ມີອາການປ່ວຍເຊັ່ນ​: ຖອກທ້ອງ, ຮາກ ແລະ ເລືອດອອກ ໃນຈຳນວນນີ້ມີ 3 ຄົນເສຍຊີວິດ ອີກ 4 ຄົນຍັງຮັກສາຕົວທີ່ໂຮງໝໍ.

ອົງການອານາໄມໂລກເຝົ້າລະວັງການລະບາດຄັ້ງໃໝ່ຂອງອີໂບລາດ້ວຍຄວາມກັງວົນຫຼາຍ ນັບຕັ້ງແຕ່ປີ 2016, ປະກາດວ່າການລະບາດຂອງສາທາລະນະລັດປະຊາທິປະໄຕກົງໂກໃນປັດຈຸບັນແມ່ນພາວະສຸກ ເສີນດ້ານສາທາລະນະສຸກສາກົນ.

ຮຽບຮຽງຂ່າວ: ພຸດສະດີ