“ກາລະສິນ ເອັຟຊີ” ໃກ້ບັນລຸຂໍ້ຕົກລົງດຶງ “ມະໂນລົມ” ເສີມເກມບຸກ

ເມື່ອວັນທີ 17 ເມສາ 2017 ທີ່ຜ່ານມາເວັບໄຊ໌ thailive.net ໄດ້ເປີດເຜີຍວ່າ “ໂຄ໊ຊເອ໋ ສຸພາກິດ” ຫົວໜ້າທີມ “ໂປງລາງຄະນອງ” ກາລະສິນ ເອັຟຊີ ເຊິ່ງເປັນທີມອັນດັບ 3 ໃນຕາຕະລາງຂອງໄທລີກ ຢືນຢັນແລ້ວວ່າທີມາໃກ້ບັນລຸຂໍ້ຕົກລົງໃນການຄ້ວາໂຕ “ມະໂນລົມ ພົມສຸວັນ” ອະດີດດາວຍິງທີມສະໂມສອນ ລ້ານຊ້າງ ຢູໄນເຕັດ ເຊິ່ງຫາກໍ່ຍຸບທີມໄປ ແລະ ເວລານີ້ໄດ້ຂ່າວວ່າ ມະໂນລົມ ຫຼິ້ນບານໃຫ້ກັບທີມ ວຽງຈັນ ມາເສີມທັບ

“ໂຄ໊ຊເອ໋ ສຸພາກິດ” ສຳລັບ “ມະໂນລົມ” ທັງສອງຝ່າຍໄດ້ມີການຕິດຕໍ່ເຈລະຈາກັນມາຕະຫຼອດກ່ຽວກັບການຍ້າຍກັບມາຫຼິ້ນໃນລີກປະເທດໄທອີກຄັ້ງຫຼັງຈາກທີ່ “ມະໂນລົມ” ເຄີຍມາຮ່ວມງານໃນທີມ ໜອງຕາຍ ເອັຟຊີ ເມື່ອລະດູການ 2011-2013 ແລະ ປີ 2014 ຍ້າຍໄປຫຼິ້ນໃຫ້ທີມ ເລີຍຊີຕີ້ ຫຼັງຈາກນັ້ນປີ 2015 ຈິ່ງຍ້າຍກັບໄປຫຼິ້ນໃຫ້ກັບທີມ ລ້ານຊ້າງ ຢູໄນເຕັດ ແລະ ພາທີມຄວ້າແຊັມລາວພຣີເມຍລີກ 2016 ແລະ ຮອງແຊັມໂຕໂຍຕ້າແມ່ຂອງຄຣັບແຊັມປ້ຽນຊິບ 2016 ອີກດ້ວຍ.

“ໂຄ໊ຊເອ໋ ສຸພາກິດ” ກ່າວເພີ່ມວ່າ ສ່ວນສຳຄ່າເມື່ອຍນັ້ນ ມະໂນລົມ ອາດຈະບໍ່ໄດ້ຫຼາຍເທົ່າກັບຕອນທີ່ຫຼິ້ນຢູ່ໃນທີມ ລ້ານຊ້າງ ຢູໄນເຕັດ ແຕ່ຈະຫຼຸດລົງເລັກນ້ອຍ ເຊິ່ງຕອນນີ້ຍັງຢູ່ໃນການຕໍ່ລອງ ແຕ່ກໍ່ໝັ້່ນໃຈວ່າຈະສາມາດບັນລຸຂໍ້ຕົກລົງໃນທຸກດ້ານ