ກະຊວງກະສິກຳຯເຜີຍ ປູກພືດລະດູແລ້ງປີນີ້ ບັນລຸແລ້ວ 76% ພ້ອມສືບຕໍ່ປູກ ໃຫ້ໄດ້ຕາມແຜນການ!

ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ອີກວ່າ: ເຖິງວ່າການປັກດຳເຂົ້ານາແຊງປີນີ້ ຈະບໍ່ສາມາດບັນລຸໄດ້ ຕາມຄາດໝາຍແຜນການກໍ່ຕາມ, ຍ້ອນສະພາບອາກາດບໍ່ເອື້ອນຳນວຍ, ແຕ່ປັດຈຸບັນ ກະສິກອນທ້ອງຖິ່ນຕ່າງໆໃນທົ່ວປະເທດ ຍັງສືບຕໍ່ສຸ່ມໃສ່ປູກພືດລະດູແລ້ງ ຢ່າງເປັນຂະບວນຟົດຟື້ນຄື: ມາຮອດປັດຈຸບັນທົ່ວປະເທດ ສາມາດປະຕິບັດໄດ້ແລ້ວຫຼາຍກວ່າ 122 ພັນເຮັກຕາ, ທົ່ວກັບ 76% ຂອງແຜນການ, ສ່ວນພືດທີ່ນິຍົມປູກຫຼາຍແມ່ນສາລີອາຫານສັດ, ສາລີຫວານ, ມັນຕົ້ນ, ຖົ່ວດິນ ແລະ ເຜືອກມັນຕ່າງໆ, ໂດຍສະເພາະແມ່ນຢູ່ແຂວງພາກເໜືອ ແລະ ພາກກາງ ແລະ ເຖິງວ່າສະພາບອາກາດໃນຜ່ານມາ ຈະສົ່ງຜົນກະທົບຕໍ່ການປູກພືດລະດູແລ້ງກໍຕາມ, ແຕ່ຄາດວ່າການປູດພືດລະດູແລ້ງປີນີ້ ຈະບັນລຸໄດ້ຕາມຄາດໝາຍ ແຜນການທີ່ວາງໄວ້ຢ່າງແນ່ນອນ, ເພື່ອສາມາດຕອບສະໜອງ ຕະຫຼາດພາຍໃນໄດ້ພຽງພໍ, ຂະນະທີ່ພາກສ່ວນກ່ຽວຂ້ອງເອງ ກໍໄດ້ລົງຊຸກຍູ້ການຜະລິດຢູ່ຕ້ອງຖິ່ນຕ່າງໆ, ດ້ວຍການເຜີຍແຜ່ ມາດຖານການຜະລິດກະສິກຳອິນຊີໃຫ້ແກ່ກະສິກອນ, ພ້ອມທັງສະໜອງແນວພັນ ແລະ ເຄື່ອງມືຮັບໃຊ້ການຜະລິດໃຫ້ເຂົາເຈົ້າ.

 

ແຫລ່ງຂ່າວ:

ລພນ