ຄຸນປະໂຫຍດຂອງກ້ວຍໄຂ່ ທີ່ຫຼາຍຄົນຄວນຮູ້

ຫຼາຍຄົນອາດຍັງບໍ່ຮູ້ວ່າ ກ້ວຍໄຂ່ນອກຈາກຈະ​ເປັນ​ກ້ວຍ​ທີ່​ມີລົດ​ຊາດ​ຫວານ​ຫອມ​ ແລະ ແຊບ ​ທີ່ສຸດ​ ​ປະໂຫຍດ​ຂອງ​ກ້ວຍ​ໄຂ່​ ຍັງມີ ​ອີກ​ຫລາຍ​ເຊັ່ນ​: ປ້ອງ​ກັນ​ພະຍາດ​ເລືອດ​ຈາງ​, ປ້ອງ​ກັນ​ພະຍາດ​ທ້ອງ​ຜູກ​, ປ້ອງ​ກັນ​ລຳ​ໄສ້​ເປັນບາດ​,​ ປ້ອງ​ກັນ​ຄວາມ​ຄຽດ ​ແລະ ​ເສັ້ນ​ເລືອດ​ຝອຍ​ແຕກ​, ພະຍາດ​ຄວາມ​ດັນ​ເລືອດ​ສູງ​, ບຳ​ລຸງ​ລະບົບ​ປະສາດ​, ຄວບ​ຄຸມ​ອຸນຫະພູມ​ຂອງ​ຮ່າງກາຍ​ ເປັນ​ຕົ້ນ.

ປະໂຫຍດ​ຈາກ ​ກ້ວຍ​ໄຂ່​ມີ​ຢ່າງຫລວງ​ຫລາຍ​​ ຈາກ​ການ​ວິໄ​ຈ​ກ້ວຍ​ທັງ​ 3 ຊະນິດ​ ຄື​ ກ້ວຍ​ນ້ຳ​,​ ກ້ວຍ​ໄຂ່​ ແລະ ​ກ້ວຍງ້າວ ພົບ​ວ່າ​ ຖ້າ​ຮັບປະທານ​ໃນ​ປະລິມານ​ທີ່​ເທົ່າ​ກັນ​ ຄື:​ 100 ກລາມ​ ກ້ວຍ​ໄຂ່​ຈະ​ມີ​ເບ​ຕ້າ​ແຄ​ໂຣ​ທີນ​ຫລາຍ​ທີ່ສຸດ​ເຖິງ​ 492 ໄມ​ໂຄຮກ​ລາມ​ ຂະນະ​ທີ່ກ້ວຍ​ນ້ຳ​ ​ແລະ​ ກ້ວຍງ້າວ​ມີ​ພຽງ​ 9 ໄມ​ໂຄຮກ​ລາມ​ ເທົ່າ​ນັ້ນ​.

ນອກ​ຈາກ​ນີ້,​ ກ້ວຍ​ໄຂ່​ຍັງມີ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ຢູ່​ຫລາຍ​ ຊຶ່ງ​ສານ​ນີ້​ສາມາດ​ປ້ອງ​ກັນ​ການ​ເກີດ​ເຊລ​​ມະ​ເຮັງ ​ແລະ ​ຢຸດຢັ້ງ​ການ​ຈະເລີນ​ເຕີບໂຕ​ຂອງ​ເຊລ​ເນື້ອຮ້າຍ​ໄດ້​ ແລະ​ ມີ​ຄຸນປະໂຫຍດ​ຢ່າງ​ຍິ່ງ​ສຳລັບ​ແມ່ນຍິງ​ຄື:​ ຫລຸດ​ຮອຍຫ່ຽວ​ກ່ອນ​ໄວອັນຄວນໄດ້.​

 

ທີ່ມາ: http://www.thailovehealth.com/