spot_img
Home​ຂ່າວທ່ອງທ່ຽວໜອງຂຽວ - ເມືອງງອຍ ອີກໜຶ່ງສະຖານທີ່ສຸດແສນໂຣແມນຕິກຂອງ ເມືອງຫຼວງພະບາງ

ໜອງຂຽວ – ເມືອງງອຍ ອີກໜຶ່ງສະຖານທີ່ສຸດແສນໂຣແມນຕິກຂອງ ເມືອງຫຼວງພະບາງ

Published on

ທ່ອງທ່ຽວກັບລາວໂພສຕ໌ ວັນນີ້ເຮົາຈະຂຶ້ນເໜືອມາທ່ຽວທີ່ເມືອງ ມໍລະດົກໂລກ ເຊິ່ງເຮົາຈະໄປຫຼິ້ນນ້ຳທີ່ໜອງຂຽວ – ເມືອງງອຍ ຄູ່ແຂ່ງທີ່ໜ້າຢ້ານກົວທີ່ສຸດຂອງວັງວຽງກໍ ເພາະວ່າແຫຼ່ງທ່ອງທ່ຽວແຄມແມ່ນໍ້າທີ່ອ້ອມຮອບໄປດ້ວຍພູຜາອັນສູງຊັນ ແລະ ທໍາມະຊາດທີ່ບໍລິສຸດນັ້ນ ຄົງຈະເປັນມົນສະເໜ່ອັນໜຶ່ງທີ່ສາມາດດຶງດູດໃຈໃຫ້ນັກທ່ອງທ່ຽວໄດ້ໄປຢ້ຽມຢາມທ່ຽວຊົມ.

ໜອງຂຽວ – ເມືອງງອຍ ເປັນເມືອງນ້ອຍໆ 2 ເມືອງເຊື່ອມຕໍ່ກັນ ເຊິ່ງຂຶ້ນກັບແຂວງຫຼວງພະບາງ ແລະ ຕັ້ງຢູ່ກາງພູເຂົາທີ່ສວຍງາມແຄມຝັ່ງແມ່ນໍ້າອູອັນເປັນແມ່ນໍ້າໃຫຍ່ທາງພາກເໜືອຂອງລາວ ຫ່າງຈາກເມືອງຫຼວງພະບາງປະມານ 150 ກມ, ໃຊ້ເວລາເດີນທາງປະມານ 2 ຊົ່ວໂມງ. ຈຸດເດັ່ນຂອງໜອງຂຽວ – ເມືອງງອຍ ຢູ່ທີ່ນັກເດີນທາງສາມາດເລືອກເດີນທາງກັບໂດຍເຮືອລ່ອງຕາມນໍ້າອູເຊື່ອມຕໍ່ກັບແມ່ນໍ້າຂອງທີ່ບ້ານປາກອູ ອັນເປັນທີ່ຕັ້ງຂອງຖໍ້າຕິ່ງແລ້ວລ່ອງນໍ້າຂອງສູ່ຫຼວງພະບາງຕໍ່ ໃຊ້ເວລາປະມານ 5 ຊົ່ວໂມງ ເອີ້ນວ່າມາທາງບົກກໍໄດ້ ທາງເຮືອກໍສະດວກ.

8466

ຄວາມຈິງແລ້ວ ໜອງຂຽວ ກັບ ເມືອງງອຍ ເປັນຄົນລະສະຖານທີ່ແຕ່ກໍມີຄວາມຜູກພັນກັນ, ເມືອງງອຍເປັນເມືອງເກົ່າແກ່ແຄມແມ່ນໍ້າອູຕອນກາງເຊິ່ງຂຶ້ນກັບເມືອງຫຼວງພະບາງ ຕໍ່ມາເມື່ອມີການຕັດຖະໜົນຈາກຫຼວງພະບາງ ທາງການກໍໄດ້ສ້າງຂົວຂ້າມແມ່ນໍ້າບໍລິເວນໜອງຂຽວ ເພື່ອຈະມຸ່ງໜ້າໄປທາງເມືອງຊໍາເໜືອ ແຂວງຫົວພັນ ບໍລິເວນທີ່ຕັ້ງຂອງຂົວດັ່ງກ່າວຈຶ່ງກາຍເປັນຊຸມຊົນໃໝ່ ເຊິ່ງມີຊາວບ້ານຈາກເມືອງງອຍຍ້າຍຖິ່ນຖານໄປຕັ້ງບ້ານເຮືອນຢູ່ບໍລິເວນໜອງຂຽວ ແລະ ເມື່ອມີການທ່ອງທ່ຽວມາເຖິງ ໜອງຂຽວຈຶ່ງກາຍເປັນບ້ານໃຫຍ່ທີ່ຄຶກຄັກ ແລະ ຫຼາກຫຼາຍສີສັນກວ່າເມືອງງອຍໃນທີ່ສຸດ ແຕ່ວ່າການເຊື່ອມໂຍງລະຫວ່າງເມືອງງອຍ ກັບ ໜອງຂຽວກໍຍັງມີຕໍ່ເນື່ອງສະໝໍ່າສະເໝີ, ມີເຮືອໂດຍສານປະຈໍາທາງ ແລະ ມີເຮືອໃຫ້ເໝົາດ້ວຍການເດີນທາງໄລຍະສັ້ນໆ ເພື່ອຊົມທິວທັດສອງຂ້າງທາງແບບເພີດເພີນໄປກັບທໍາມະຊາດບໍ່ເຖິງຊົ່ວໂມງກໍຮອດ ໃນລະຫວ່າງທາງອາດຈະພົບເຫັນນັກທ່ອງທ່ຽວທີ່ໃສ່ຊຸດບີກີນີ – ຊຸດລອຍນໍ້າ ຕາມຫາດຊາຍ ຫຼື ພາຍເຮືອແຄນູ. ນອກຈາກນີ້ ໜອງຂຽວກໍກໍາລັງພັດທະນາເປັນສູນຂອງການທ່ອງທ່ຽວແບບຜະຈົນໄພ, ປີນຜາ, ແຄນູ ( Cano ), ຄະຢັດ ( Kayaking ) ແລະ ອື່ນໆ, ໃນຕະຫຼາດກໍມີກິດຈະການທົວທີ່ເປີດໃຫ້ບໍລິການທ່ອງທ່ຽວກາງແຈ້ງລັກສະນະດັ່ງກ່າວມາແລ້ວ.

923

ຖ້າຫາກຢ້ອນເວລາໄປປະມານ 5 ປີກ່ອນນີ້ ເມືອງງອຍຍັງບໍ່ທັນມີໂຮງແຮມ, ເຮືອນພັກ ແລະ ໜອງຂຽວກໍຍັງເປັນຊຸມຊົນນ້ອຍໆ ມີເຮືອນພັກພຽງ 2 – 3 ຫຼັງເທົ່ານັ້ນ ຊ່ວງເວລາບໍ່ພໍເທົ່າໃດປີຜ່ານໄປ ໜອງຂຽວມີເສັ້ນທາງຢາງ ບໍ່ເປັນທາງດິນແດງຄືດັ່ງເມື່ອກ່ອນ, ມີເຮືອນພັກໃໝ່ໆໄດ້ຖືກສ້າງຂຶ້ນຫຼາຍແຫ່ງ, ມີບໍລິການພື້ນຖານທຸກຢ່າງ ບໍ່ວ່າຈະເປັນຕູ້ເອທີເອັມ, ໄປສະນີ, ລົດ, ເຮືອໂດຍສານປະຈໍາທາງ ບໍ່ສະເພາະແຕ່ໄປຫຼວງພະບາງ ຫຼື ວຽງຈັນເທົ່ານັ້ນ ຕົວແທນຈໍາໜ່າຍຂອງບໍລິສັດທ່ອງທ່ຽວທີ່ນີ້ຍັງສາມາດໃຫ້ບໍລິການຄວບຄຸມການເດີນທາງຕໍ່ ທັງໄປປະເທດໄທ, ໄປພາກເໜືອ ( ແຂວງອຸດົມໄຊ, ບໍ່ແກ້ວ, ຫົວພັນ ) ກໍໄດ້, ການພັດທະນາຢ່າງໄວວາຂອງແຫຼ່ງທ່ອງທ່ຽວແຫ່ງໃໝ່ທີ່ບໍ່ແພ້ວັງວຽງແບບປາກຕໍ່ປາກ ເຮັດໃຫ້ເຮົາສາມາດພົບເຫັນນັກທ່ອງທ່ຽວຈາກເອີຣົບ, ອາເມລິກາ, ຝຣັ່ງ ພາກັນຫຼັ່ງໄຫຼມາຢ້ຽມຢາມທ່ຽວຊົມສະຖານທີ່ແຫ່ງນີ້ຫຼາຍກວ່ານັກທ່ອງທ່ຽວໃນບ້ານເຮົາຊໍ້າອີກ.

ທໍາມະຊາດອັນແສນງົດງາມດັ່ງກ່າວ ບໍ່ອາດຈະພັນລະນາໃຫ້ທ່ານຜູ້ອ່ານຮູ້ໄດ້ຈົນໝົດ ເພາະສະຖານທີ່ແຫ່ງນີ້ຍັງຄອງຄອຍຖ້າໃຫ້ບັນດາທ່ານໄດ້ໄປສໍາຜັດດ້ວຍຕົວຂອງທ່ານເອງ ແລ້ວທ່ານກໍຈະໄດ້ເຫັນຄວາມສວຍງາມຂອງທໍາມະຊາດແຫ່ງນີ້ຫຼາຍກວ່າທີ່ຜູ້ຂຽນເວົ້າໃຫ້ຟັງອີກ.

432 4333 577-6 588-2

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...