Homeຂ່າວພາຍ​ໃນໄວໜຸ່ມລາວ 23 ຄົນ ສຳເລັດການທັດສະນະທີ່ຍີ່ປຸ່ນ

ໄວໜຸ່ມລາວ 23 ຄົນ ສຳເລັດການທັດສະນະທີ່ຍີ່ປຸ່ນ

Published on

ນັກສຶກສາ 6 ຄົນ ແລະ ພະນັກງານ 17 ທ່ານຈາກສະຫວັນນະເຂດ, ຈໍາປາສັກ ແລະນະຄອນຫຼວງວຽງຈັນ, ເຊິ່ງເປັນບ່ອນທີ່ມີເຂດເສດຖະກິດພິເສດຂະໜາດໃຫຍ່ຫຼາຍໄດ້ຖືກເຊື້ອເຊີນໄປປະເທດຍີ່ປຸ່ນເພື່ອເປັນສ່ວນໜຶ່ງຂອງໂຄງການ JENESYS 2016 ( ຫົວຂໍ້:ເສດຖະກິດ ), ໂຄງການແລກປ່ຽນທີ່ໄດ້ຮັບການສະໜັບສະໜຸນໂດຍລັດຖະບານຍີ່ປຸ່ນ. ພວກເຂົາໄດ້ໄປຢ້ຽມຢາມຕົວເມືອງໂຕກຽວ ແລະ ແຂວງກຶງມະເຊິ່ງຕັ້ງຢູ່ທາງພາກກາງຂອງເກາະໃຫຍ່ຮົງຊູຕັ້ງແຕ່ວັນທີ 16 ເຖິງ 23 ພຶດສະພາ 2017.

ນັກສຶກສາ 6 ຄົນທີ່ໄດ້ຖືກຂັດເລືອກຈາກນັກສຶກສາດີເດັ່ນຂອງບັນດາມະຫາວິທະຍາໄລຢູ່ແຂວງສະຫວັນນະເຂດ ແລະ ຈໍາປາສັກໂດຍການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ. ພະນັກງານ 17 ທ່ານ, ໃນນັ້ນມີລັດຖະກອນ 13 ທ່ານ ແລະ ພະນັກງານຈາກບໍລິສັດເອກະຊົນ 4 ທ່ານ ເຊິ່ງໄດ້ຖືກຂັດເລືອກໂດຍການຮ່ວມມືກັບຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການແລະ ການລົງທຶນ.

ການທັດສະນະສຶກສາແມ່ນແນໃສ່ຫົວຂໍ້ “ຜູ້ນໍາໄວໜຸ່ມສະເພາະເຂດເສດຖະກິດພິເສດ” ເຊິ່ງວ່າຜູ້ເຂົ້າໂຄງການຮ່ວມສາມາດເສີມສ້າງຄວາມຮູ້ຂອງພວກເຂົາ ແລະກະຕຸກຊຸກຍູ້ຄວາມຄິດໃນການເຮັດວຽກຂອງພວກເຂົາໂດຍອີງໃສ່ບົດຮຽນທີ່ໄດ້ຮຽນມາຈາກການບໍລິຫານຂັ້ນທ້ອງຖິ່ນຢູ່ຍີ່ປຸ່ນ.

ໃນວັນທີ 24 ພຶດສະພາ 2017, ສະຖານເອກອັກຄະຣາຊະທູດຍີ່ປຸ່ນໄດ້ຈັດງານລ້ຽງເພື່ອຕ້ອນຮັບຜູ້ເຂົ້າຮ່ວມເຫຼົ່ານີ້ຫຼັງຈາກທີ່ກັບມາແຕ່ຍີ່ປຸ່ນ. ໃນງານລ້ຽງ, ທ່ານ ຄາຊຸຮິໂລ ຄຸໂນ, ອຸປະທູດຍີ່ປຸ່ນປະຈໍາສປປ ລາວໄດ້ກ່າວຄໍາປາໄສວ່າ: ໂຄງການນີ້ແມ່ນຊຸດທີ 7 ຂອງໂຄງການ JENESYS 2016 ( ຫົວຂໍ້:ເສດຖະກິດ ) ສໍາລັບ ສປປ ລາວ ແລະ ກໍ່ແມ່ນກຸ່ມສຸດທ້າຍຂອງໂຄງການ JENESYS ສໍາລັບສົກປີ 2016.

ທ່ານໄດ້ສະແດງຄວາມຄາດຫວັງຂອງທ່ານວ່າ: ບັນດາຜູ້ເຂົ້າຮ່ວມໂຄງການຈະພະຍາຍາມປັບປຸງສະພາບແວດລ້ອມທາງດ້ານເສດຖະກິດໃນ ສປປ ລາວ ເພື່ອເປັນທີ່ຫນ້າສົນໃຈໃຫ້ແກ່ບໍລິສັດຍີ່ປຸ່ນ. ຫຼັງຈາກການກ່າວຄໍາປາໄສຂອງທ່ານແລ້ວ, ທ່ານ ພອນປະເສີດ ເຮົ້າອ່ອນຈັນ, ຮອງຫົວໜ້າພະແນກພົວພັນ ແລະ ຮ່ວມມືສາກົນ, ຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະການລົງທຶນ, ເຊິ່ງເປັນຕົວແທນຂອງຜູ້ເຂົ້າຮ່ວມໂຄງການໄດ້ຂຶ້ນກ່າວຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນທີ່ໄດ້ໃຫ້ໂອກາດອັນລໍ້າຄ່າໃນການໄປຢ້ຽມຢາມຍີ່ປຸ່ນ.

ທ່ານຍັງໄດ້ກ່າວເຖິງຄວາມຕັ້ງໃຈຂອງທ່ານທີ່ຈະສະໜັບສະໜູນສາຍສໍາພັນມິດຕະພາບລະຫວ່າງຍີ່ປຸ່ນ ແລະ ສປປ ລາວ. ຜູ້ເຂົ້າຮ່ວມໂຄງການໄດ້ນໍາສະເໜີບົດລາຍງານໂດຍຫຍໍ້ກ່ຽວກັບຄວາມປະທັບໃຈ ແລະສິ່ງທີ່ພວກເຂົາໄດ້ຮຽນຮູ້ຢູ່ຍີ່ປຸ່ນ. ໂຄງການ JENESYS 2016 ແມ່ນໂຄງການແລກປ່ຽນຄົນໄປສູ່ຄົນ ລະຫວ່າງຍີ່ປຸ່ນ ແລະ ຂົງເຂດອາຊີ-ປາຊີຟິກ. ລັດຖະບານຍີ່ປຸ່ນຈະເຊື້ອເຊີນໄວໜຸ່ມລາວປະມານ 340 ຄົນໄປຍີ່ປຸ່ນພາຍໃຕ້ໂຄງການໃນລະຫວ່າງສົກປີນີ້.

ໂຄງການນີ້ແມ່ນຄາດຫວັງທີ່ຈະສົ່ງເສີມຄວາມເຊື່ອໃຈ ແລະ ຄວາມເຂົ້າໃຈກັນຂອງປະຊາຊົນລະຫວ່າງ ຍີ່ປຸ່ນ ແລະ ຂົງເຂດອາຊີ-ປາຊີຟິກ ແລະເພື່ອສ້າງພື້ນຖານໃຫ້ກັບການຮ່ວມມື ແລະ ມິດຕະພາບໃນອະນາຄົດ.

ແຫຼ່ງຂ່າວ: ສະຖານທູດຍີ່ປຸ່ນປະຈຳລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...