spot_img
Homeຂ່າວການພັດທະນາໃກ້ເປັນຈິງແລ້ວ !! ສໍາລັບວັກຊີນປິ່ນປົວຜູ້ຕິດເຊື້ອ HIV

ໃກ້ເປັນຈິງແລ້ວ !! ສໍາລັບວັກຊີນປິ່ນປົວຜູ້ຕິດເຊື້ອ HIV

Published on

ຂ່າວຕ່າງປະເທດ ໄດ້ລາຍງານເຖິງການປິ່ນປົວຜູ້ຕິດເຊື້ອ HIV ວ່າໃນປັດຈຸບັນຜູ້ຕິດເຊື້ອສາມາດກິນຢາ ຈົນສາມາດໃຊ້ຊີວິດໄດ້ເປັນປົກກະຕິແລ້ວ ແຕ່ກໍຍັງບໍ່ທັນມີວິທີປິ່ນປົວໃຫ້ເຊົາຂາດໄດ້ ຢ່າງໃດກໍຕາມນັກວິໄຈຂອງປະເທດຍີ່ປຸ່ນໄດ້ທົດລອງກໍາຈັດເຊື້ອ HIV ໃນລິງໄດ້ສໍາເລັດ ແລະ ກຽມທົດລອງໃນຄົນໃນຂັ້ນຕໍ່ໄປ.

ເຊື້ອ HIV ມີການເລີ່ມລະບາດເປັນວົງກວ້າງໄປທົ່ວໂລກນັບຕັ້ງແຕ່ປີ 1980 ແລະ ໃນປັດຈຸບັນມີເທັກໂນໂລຊີທາງດ້ານການແພດທີ່ພັດທະນາຂຶ້ນເລື້ອຍໆຈົນສາມາດເຮັດໃຫ້ຜູ້ຕິດເຊື້ອກິນຢາເພື່ອປິ່ນປົວ ແລະ ເຮັດໃຫ້ຈໍານວນເຊື້ອໃນຮ່າງກາຍຫຼຸດໜ້ອຍລົງ ຈົນສາມາດໃຊ້ຊີວິດໄດ້ເປັນປົກກະຕິ.

ແລະ ຕອນນີ້ກໍກໍາລັງຈະມີຂ່າວດີ ເພາະຈາກການທົດລອງມາຕະຫຼອດໄລຍະ 5 ປີ ຂອງນັກວິໄຈຍີ່ປຸ່ນ ສາມາດທົດລອງວັກຊີນໂຕໃໝ່ໄດ້ສໍາເລັດທີ່ສາມາດຂ້າເຊື້ອ HIV ໃນລິງໄດ້ເເປັນຢ່າງດີ. ວັກຊີນຊະນິດນີ້ຜ່ານການພັດທະນາເພື່ອຊ່ວຍເຮັດໃຫ້ລະບົບພູມຄຸ້ມກັນຂອງຜູ້ຕິດເຊື້ອເພີ່ມສູງຂຶ້ນ ແລະ ເຮັດໃຫ້ເຊື້ອ HIV ອ່ອນແອລົງ.

ຈາກການທົດລອງໃນລິງ 7 ໂຕທີ່ຕິດເຊື້ອ HIV ເຫັນວ່າຫຼັງຈາກລິງໄດ້ຮັບການສັກວັກຊີນເຂົ້າໄປ ມັນສາມາດຂ້າເຊື້ອ HIV ຈາກລິງໄດ້ເຖິງ 6 ໂຕ. ນັກວິໄຈຄາດຫວັງວ່າພວກເຂົາຈະສາມາດພັດທະນາວັກຊີນໂຕນີ້ຕໍ່ໄປ ເພື່ອນໍາມາໃຊ້ປິ່ນປົວຜູ້ຕິດເຊື້ອ HIV ທີ່ກໍາລັງຮັບຢາຕ້ານ HIV ຢູ່ໃນປັດຈຸບັນໄດ້.

ນອກຈາກການທົດລອງໃນຄັ້ງນີ້ແລ້ວ ບໍລິສັດ Moderna ທີ່ເປັນບໍລິສັດການຢາຂອງສະຫະລັດອາເມລິກາ ກໍກໍາລັງພັດທະນາວັກຊີນປິ່ນປົວ HIV ດ້ວຍເທັກໂນໂລຊີ mRNA ຄືກັບທີ່ໃຊ້ພັດທະນາວັກຊີນ COVID-19 ແລະ ຖ້າຫາກນັກວິທະຍາສາດສາມາດພັດທະນາວັກຊີນປິ່ນປົວ HIV ໄດ້ສໍາເລັດ ພະຍາດດັ່ງກ່າວອາດບໍ່ໄດ້ເປັນສິ່ງທີ່ເປັນຕາຢ້ານອີກຕໍ່ໄປ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...