spot_img
Homeຂ່າວພາຍ​ໃນ"ໂດ້"ຈະກັບມາຫາຜີສາດແດງແທ້ຫຼືບໍ່

“ໂດ້”ຈະກັບມາຫາຜີສາດແດງແທ້ຫຼືບໍ່

Published on

06105
ແບບນີ້ແຟນໆຜີສາດແດງໄດ້ລຸ້ນນຳກັນເມື່ອມີລາຍງານວ່າຜູ້ຈັດການສ່ວນຕົວຂອງ ຄຣິສຕິອາໂນ ໂຣນັນໂດ ປີກຊຸບຕາຂອງທີມເຣອັນ ມາດຣິດ ໄດ້ເດີນທາງໄປເຈລະຈາກັບຜີສາດແດງ ແມນຢູຯ ໄນເຕັດ ແລ້ວຄາດວ່າໂດ້ເອງກໍ່ສົນໃຈກັບໄປຮ່ວມທີມອີກຄັ້ງ

ອັນເຟຣໂດ້ ດູໂຣ້ ນັກຂ່າວຊື່ດັງຂອງສະເປນເປີດເຜີຍວ່າ ເມນເດສ ຜູ້ຈັດການຊື່ດັງຂອງ ໂຣນັນໂດໄດ້ເດີນທາງໄປທີ່ເມືອງແມນເຊັດເຕີແລ້ວແລະບໍ່ໄດ້ເຈລະຈາພຽງແຕ່ເລື່ອງ ດາວິດ ເດເກອາ ເທົ່ານັ້ນແຕ່ຍັງລົມເລື່ອງຂອງໂຣນັນໂດກັບແມນຢູນຳອີກ, ໂດຍທາງ ເດເກອາ ແລະ ໂຣນັນໂດ ມີຜູ້ຈັດການສ່ວນຕົວຄົນດຽວກັນແລະມີຄວາມເປັນໄປໄດ້ສູງທີ່ປີກຊາວໂປຣຕູເກສອາດຕັດສິນໃຈກັບໄປຮ່ວມງານກັບທີມຜີສາດແດງອີກຄັ້ງ

ນອກຈາກນີ້, ທີມຜີສາດແດງແມນຢູກໍ່ກຳລັງຕົກເປັນຂ່າວຢາກໄດ້ ແກເຣັດ ເບວ ລວມທັງ ໂຣນັນໂດ ເຂົ້າໄປເສີມທັບໃນຊັມເມີນີ້ແຕ່ເຊື່ອວ່າທາງສະໂມສອນຈະຕ້ອງຈັດການເລືອກຄົນໃດຄົນໜື່ງເຂົ້າຮ່ວມທີມພຽງຄົນດຽວເທົ່ານັ້ນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...