spot_img
Homeຂ່າວພາຍ​ໃນແຮງງານລາວຢູ່ປະເທດໄທ ບໍ່ຕ້ອງກັບປະເທດ ເພື່ອດໍາເນີນເອກະສານການເຮັດວຽກ

ແຮງງານລາວຢູ່ປະເທດໄທ ບໍ່ຕ້ອງກັບປະເທດ ເພື່ອດໍາເນີນເອກະສານການເຮັດວຽກ

Published on

ອີງຕາມ ຂປລ ລາຍງານວ່າ: ແຮງງານລາວ ທີ່ໄປເຮັດວຽກ ຢູ່ປະເທດໄທ ສາມາດສືບຕໍ່ເຮັດວຽກຢູ່ປະເທດໄທໄດ້ຕື່ມອີກ 2 ປີ ໂດຍບໍ່ຕ້ອງເດີນທາງກັບຄືນປະເທດ ເພື່ອດໍາເນີນເອກະສານ. ປັດຈຸບັນ, ມີຜູ້ຂຶ້ນທະບຽນແລ້ວຈໍານວນທັງໝົດ 115.993 ຄົນ, ໃນຂະນະທີ່ໄດ້ມີແຮງງານລາວຈຳນວນ 346 ຄົນ ທີ່ມີຈຸດປະສົງກັບຄືນປະເທດ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ຮອບສອງນີ້.

ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ລາຍງານໃນວັນທີ 18 ພຶດສະພາ 2021 ນີ້ວ່າ: ຜູ້ຊ່ວຍທູດດ້ານແຮງງານ ປະຈໍາຢູ່ສະຖານ ທູດລາວ ປະຈໍາບາງກອກ ປະເທດໄທ ໄດ້ມີລາຍງານວ່າ: ພາຍຫຼັງທີ່ລັດຖະບານໄທ ໄດ້ອອກນະໂຍ ບາຍຕໍ່ເວລາໃຫ້ແຮງງານລາວ ທີ່ໄປເຮັດວຽກຢູ່ປະເທດໄທ ໃຫ້ສາມາດສືບຕໍ່ເຮັດວຽກ ຢູ່ປະເທດໄທໄດ້ຕື່ມອີກ 2 ປີ, ໂດຍບໍ່ຕ້ອງເດີນທາງກັບຄືນປະເທດເພື່ອດໍາເນີນເອກະສານ, ເຊິ່ງມາຮອດປັດຈຸບັນ ມີຜູ້ອອກ ແຮງງານລາວ ໄດ້ຂຶ້ນທະບຽນແລ້ວ ຈໍານວນທັງໝົດ 115.993 ຄົນ. ໃນຈໍານວນດັ່ງກ່າວ, ປະກອບມີກຸ່ມຜູ້ອອກແຮງງານ ທີ່ຖືບັດສີຊົມພູ 44.694 ຄົນ, ກຸ່ມຜູ້ອອກແຮງງານຕາມລະບົບ MOU ຈຳນວນ 24.596 ຄົນ ແລະ ກຸ່ມຜູ້ອອກແຮງງານ ທີ່ຂຶ້ນທະບຽນໃໝ່ ຈໍານວນ 46.703 ຄົນ. ພ້ອມກັນນັ້ນ, ໃນລະຫວ່າງເດືອນມັງກອນ ຫາ ມີນາ 2021 ສະຖານທູດລາວ ປະຈໍາບາງກອກ ແລະ ສະຖານກົງສູນລາວ ປະຈໍາຂອນແກ່ນ ປະເທດໄທ ໄດ້ຂຶ້ນທະບຽນ ແລະ ປະສານໄປຍັງພາກສ່ວນທີ່ກ່ຽວຂ້ອງ ເພື່ອອໍານວຍຄວາມສະດວກໃຫ້ພົນລະເມືອງລາວ ທີ່ມີຈຸດປະສົງກັບຄືນປະເທດ ຈໍານວນ 346 ຄົນ.

ສຳລັບແຜນການໃນອະນາຄົດ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ສືບຕໍ່ຮ່ວມມືກັບອົງການແຮງງານສາກົນ ເພື່ອລົງໂຄສະນາປະຊາສໍາພັນ ໃຫ້ຂໍ້ມູນຂ່າວສານ ສໍາລັບການເຄື່ອນຍ້າຍແຮງງານ ແບບຖືກຕ້ອງຕາມກົດໝາຍ ພ້ອມດ້ວຍສະໜອງເຄື່ອງບໍລິໂພກ ແລະ ອຸປະໂພກທີ່ຈໍາເປັນ ໃຫ້ແກ່ກຸ່ມເປົ້າໝາຍຢູ່ສູນກັກກັນ ໃນຂອບເຂດທົ່ວປະເທດ; ຮ່ວມມືກັບອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ຈັດຕັ້ງປະຕິບັດໂຄງການປົກປ້ອງ ແລະ ການບໍລິການຕັ້ງຖິ່ນຖານໃຫ້ຜູ້ດ້ອຍໂອກາດ, ແຮງງານເຄື່ອນຍ້າຍໄວໜຸ່ມ ຢູ່ແຂວງສະຫວັນນະເຂດ ແລະ ຈໍາປາສັກ ເປັນເງິນຈໍານວນ 63.000 ໂດລາ ເພື່ອໂຄສະນາປະຊາສໍາພັນ ກ່ຽວກັບການເຄື່ອນຍ້າຍແຮງງານແບບຖືກຕ້ອງຕາມກົດໝາຍ, ສະໜອງເຄື່ອງບໍລິໂພກ ແລະ ອຸປະໂພກທີ່ຈຳເປັນໃຫ້ແກ່ກຸ່ມເປົ້າໝາຍ ຢູ່ແຂວງດັ່ງກ່າວ.

ພ້ອມນີ້, ຍັງໄດ້ກະກຽມຝຶກສີມືແຮງງານ ເພື່ອສະໜອງເຂົ້າສູ່ຕໍາແໜ່ງງານ ໃນຂະແໜງການກໍ່ສ້າງ ແລະ ຕັດຫຍິບໃຫ້ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ເຄື່ອງງານຕັດຫຍິບສະກາວີລາວ ໃນຈໍານວນ 250 ຄົນ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...