spot_img
Homeຄວາມງາມແປ້ງ​ດິນ​ນ້ຳ​ມັນ ເທນ​ໃໝ່​ຂອງ​ສາວໆ ຮູ້​ຈັກ​ແລ້ວ​ຕ້ອງ​ຢາກລອງ

ແປ້ງ​ດິນ​ນ້ຳ​ມັນ ເທນ​ໃໝ່​ຂອງ​ສາວໆ ຮູ້​ຈັກ​ແລ້ວ​ຕ້ອງ​ຢາກລອງ

Published on

20691_2

ໄລຍະນີ້​ສາວໆຄົງ​ໄດ້ຍິນ​ຊື່​ຂອງ”ແປ້ງ​ດິນ​ນ້ຳ​ມັນ”ກັນ​ຢູ່​ເລື້ອຍໆ​ໃຜ​ໆກໍ​ຕ້ອງ​ເວົ້າ​ເຖິງ ແທ້​ທີ່​ຈິງ​ແລ້ວ​ມັນ​ແມ່ນຫຍັງ? ມື້​ນີ້​ລາວໂພສ​ມີ​ຄຳ​ຕອບ​ມາ​ຕອບ​ຂໍ້​ສົງ​ໄສ​ໃຫ້​ສາວໆກັນ​ແລ້ວ​ ຊຶ່ງ​ແປ້ງ​ດິນ​ນ້ຳ​ມັນ​ໃນ​ທີ່​ນີ້ແທ້ໆແລ້ວ​ມັນ​ກໍ​ຄື”ແປ້ງ​ພັ​ບ” ນັ້ນ​ເອງ​ແຕ່​ທັງ​ນີ້​ເປັນຫຍັງ​ຫລາຍໆຄົນ​ເຖິງ​ເອີ້ນວ່າ​ແປ້ງ​ດິນ​ນ້ຳ​ມັນ ສຳລັບ​ຄຳ​ຕອບ​ນີ້​ກໍ​ເພາະ​ວ່າ ແປ້ງ​ຕົວ​ນີ້​ຈະ​ມີ​ລັກສະນະ​ພິເສດ​ຢູ່​ບ່ອນ​ທີ່​ເປັນ​ແປ້ງ​ເນື້ອ​ນຸ່ມໆຍືດ​ຫຍຸ່ນ​ໄດ້ ຊຶ່ງ​ເບິ່ງ​ໄປ​ແລ້ວ​ກໍ​ຈະ​ຄ້າຍ​ໆກັບ​ດິນ​ນ້ຳ​ມັນ ແລະ​ດ້ວຍ​ເຫດຜົນ​ນີ້​ແຫລະ​ຈຶ່ງ​ເຮັດໃຫ້​ຄົນ​ໃນ​ວົງ​ການ​ຄວາມງາມເອີ້ນ​​ຂານ​ກັນ​ວ່າ “ແປ້ງ​ດິນ​ນ້ຳ​ມັນ” ນັ້ນ​ເອງ
ໂດຍ​ແປ້ງ​ດິນ​ນ້ຳ​ມັນ​ຕົວ​ນີ້ ກຳ​ລັງ​ເປັນ​ທີ່​ນິຍົມ​ໃນ​ໝູ່​ສາວໆເປັນ​ຢ່າງ​ຫລາຍ ເນື່ອງ​ຈາກ​ມີ​ຄວາມ​ແຕກ​ຕ່າງ​ຈາກ​ແປ້ງ​ພັ​ຟທຳມະດາ​ທົ່ວ​ໄປ​ທີ່​ແຂງ ແຕ່​ຕົວ​ນີ້​ກັບ​ມີ​ຄວາມ​ນຽນ​ນຸ່ມ ຊຶ່ງ​ໃຊ້​ແລ້ວ​ຈະ​ສາມາດ​ຍືດ​ຫຍຸ່ນ​ກັບ​ຜິວ​ໜ້າ​ໄດ້​ດີ ນອກ​ຈາກ​ນີ້​ຄຸນສົມບັດ​ເດັ່ນ​ຂອງ​ແປ້ງ​ດິນ​ນ້ຳ​ມັນ​ທີ່​ເຮັດໃຫ້​ແຕກ​ຕ່າງ​ຈາກ​ແປ້ງ​ພັຟ​ທຳມະດາ​ທົ່ວ​ໄປ​ ແປ້ງ​ດິນ​ນ້ຳ​ມັນ​ຈະ​ສາມາດ​ປົກ​ປິດ​ຮ່ອງ​ຮອຍ​ຕ່າງໆ ເທິງ​ໃບ​ໜ້າ​ໄດ້​ຢ່າງ​ລຽບນຽນ​ ແລະ​ຍັງ​ຄວບ​ຄຸມ​ຄວາມ​ມັນ​ໄດ້​ແບບ​ຂັ້ນ​ເທບ ເອີ້ນ​ໄດ້​ວ່າ​ຕົບ​ແປ້ງ​ຕົວ​ນີ້​ຕົວ​ດຽວ​ກໍ​ເອົາ​ຢູ່​ໂດຍ​ທີ່​ບໍ່​ຕ້ອງ​ໃຊ້​ຮອງ​ພື້ນ​ເລີຍ ແຖມ​ຍັງ​ຈະ​ຕິດ​ໃບ​ໜ້າ​ທົນ​ດົນ​ຕະຫລອດ​ທັງ​ມື້ ເພາະ​ສາມາດ​ທົນ​ເຫື່ອ,ທົນ​ຄວາມ​ຮ້ອນ ແລະ​ຍັງ​ກັນ​ນ້ຳ​ໄດ້​ດີ​ອີກ​ດ້ວຍ ​ນີ້​ແຫລະ​ຈຶ່ງ​ເປັນ​ເຫດຜົນ​ທີ່​ວ່າ​ເປັນຫຍັງ​ສາວໆຈຶ່ງ​ນິຍົມ​ຫັນ​ມາ​ໃຊ້​ແປ້ງ​ດິນ​ນ້ຳ​ມັນ​ກັນ​ຢ່າງ​ຫລວງຫລາຍ​ໃນ​ຕອນ​ນີ້
​ສາວໆກໍ​ຄົງ​ຫາຍ​ສົງ​ໄສ​ເລື່ອງ​ແປ້ງ​ດິນ​ນ້ຳ​ມັນ​ກັນ​ແລ້ວ​ແມ່ນບໍ່ ບອກ​ເລີຍ​ຄຸນສົມບັດ​ຫລາຍຂະໜາດ​ນີ້ ເຊື່ອ​ວ່າ​ສາວໆຫລາຍ​ຄົນ​ຄົງ​ຈະ​ຢາກ​ລອງ​ດ້ວຍ​ຕົວ​ເອງ​ກັນ​ແລ້ວ ຮີບ​ໄປ​ຫາ​ແປ້ງ​ດິນ​ນ້ຳ​ມາ​ໃຊ້​ເພື່ອ​ໜ້າ​ນຽນ​ງາມ​ແບບ​ສາວ​ເກົາ​ຫລີ​ກັນ​ເລີຍ​ດີກວ່າ

 

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...