spot_img
Homeຂ່າວເຫດການແຈ້ງການ ການນຳໃຊ້ປະຕູເຂົ້າ-ອອກ ມະຫາວິທະຍາໄລແຫ່ງຊາດ

ແຈ້ງການ ການນຳໃຊ້ປະຕູເຂົ້າ-ອອກ ມະຫາວິທະຍາໄລແຫ່ງຊາດ

Published on

ມະຫາວິທະຍາໄລແຫ່ງຊາດຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ເພື່ອຮັບຊາບ ແລະ ປະຕິບັດການນຳໃຊ້ ປະຕູເຂົ້າ-ອອກ ມະຫາວິທະຍາໄລແຫ່ງຊາດ. ຈຸດປະສົງເພື່ອຕ້ານປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນ ແລະ ເພື່ອແກ້ໄຂບັນຫາການສັນຈອນຢູ່ພາຍໃນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ. ພາຍຫຼັງໄດ້ສຳເລັດການສ້ອມແປງເສັ້ນທາງ,ປະຕູເຂົ້າອອກ ແລະ ໄດ້ເຫັນດີເປັນເອກະພາບກັນໃນກອງປະຊຸມຄະນະນຳຄັ້ງວັນທີ 17 ຕຸລາ 2016 ໄດ້ທົດລອງເປີດນຳໃຊ້ນັບແຕ່ວັນທີ 24 ຕຸລາ 2016 ເປັນຕົ້ນໄປ ໂດຍປະຕິບັດດັ່ງນີ້:
1. ປະຕູເຂົ້າ ປະກອບມີ 2 ປະຕູຄື
– ປະຕູເບື້ອງໂຮງຮຽນອານຸບານລຽງເດັກດົງໂດກ (ທິດຕາເວັນຕົກ).
– ປະຕູຜ່ານຫນ້າຫໍສະໝຸດກາງ-ປ່າສັກ (ທິດຕາເວັນອອກ)
2. ປະຕູອອກ ປະກອບມີ 2 ປະຕູຄື:
– ປະຕູໃຫ່ຍຜ່ານໄຟອຳນາດທາງລົງຫາສາງຫລັກ 9
– ປະຕູໃຫ່ຍທາງຫໍພັກຍິງອອກສູ່ຕະຫລາດວິທະຍາເຂດດົງໂດກ
3. ປະຕູທີ່ສາມາດເຂົ້າ-ອອກ ໄດ້ມີ 1 ປະຕູຄື:
– ປະຕູທາງຂຶ້ນສຳນັກງານອະທິການບໍດີ
ດັ່ງນັ້ນຈຶ່ງແຈ້ງມາຍັງບັນດາທ່ານພະນັກງານ ຄູ-ອາຈານ ແລະ ນັກສຶກສາ ເພື່ອຊາບ ແລະປະຕິບັດ.

%e0%bb%81%e0%ba%88%e0%bb%89%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%a1%e0%bb%8d%e0%ba%8a%e0%bb%8d

ທີ່ມາ: ມະຫາວິທະຍາໄລແຫ່ງຊາດ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...