spot_img
Homeຂ່າວຕ່າງປະເທດເຫດໄຟໄໝ້ ຊຸມຊົນ ກູນຍອງ ເກົາຫຼີໃຕ້

ເຫດໄຟໄໝ້ ຊຸມຊົນ ກູນຍອງ ເກົາຫຼີໃຕ້

Published on

ໃນ​ຕອນ​ເຊົ້າ​ຂອງວັນທີ 24 ກຸມພາ 2023 ນີ້ເກີດເຫດໄຟ​ໄໝ້​ຢູ່​ໃນ​ຊຸມ​ຊົນ ກູນຍອງ(Guryong) ຊຶ່ງ​ເປັນ​ເຂດ​ຊຸມ​ຊົນ​ສຸດ​ທ້າຍ​ໃນ​ກຸງ​ໂຊ​ ເກົາຫຼີໃຕ້ ມີເຮືອນ 60 ຫຼັງ​ຖືກເຜົາ​ທຳລາຍ ແລະ 500 ຄົນ​ຕ້ອງ​ຖືກ​ອົບພະຍົບ.

ເຈົ້າ​ໜ້າ​ທີ່​ເກົາຫຼີ​ໃຕ້​ລາຍ​ງານ​ວ່າ: ​ໄດ້​ເກີດ​ໄຟ​ໄໝ້​ຢ່າງ​ໃຫຍ່​ຢູ່​ທີ່​ຊຸມ​ຊົນ ກູນຍອງ ​ໃນ​ເຂດ ກັງນຳ ທາງ​ພາກ​ໃຕ້​ຂອງ​ກຸງ​ໂຊ​ ເຊິ່ງຊຸມຊົນນີ້ເອີ້ນວ່າ “ສະຖານທີ່ສຸດທ້າຍຂອງກຸງໂຊ” ແຕ່ລາຍງານເບື້ອງຕົ້ນຍັງບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດໃນເຫດການຄັ້ງນີ້.

ເຫດການໄຟໄໝ້ໃນຄັ້ງນີ້ ລຸກໄໝ້ລາມຢ່າງໄວວາ ເພາະວ່າເຮືອນສ່ວນໃຫຍ່ໃນຊຸມຊົນ ກູນຍອງ ແມ່ນສ້າງຂຶ້ນຈາກ ໄມ້ອັດ ຊຶ່ງເປັນຕົວນໍາເຊື້ອໄຟ ​ເຈົ້າ​ໜ້າ​ທີ່​ຕ້ອງ​ລະດົມ​ເຈົ້າ​ໜ້າ​ທີ່​ດັບ​ເພີງ, ຕຳຫຼວດ ​ແລະ ພະນັກງານ​ລັດຖະກອນ 800 ກວ່າ​ຄົນ ​ເຂົ້າ​ມາ​ຊ່ວຍຄວບຄຸມເຫດການລວມທັງການນຳໃຊ້ເຮລິຄອບເຕີ 10 ລຳເພື່ອຊ່ວຍດັບໄຟ.

ຢ່າງໃດກໍຕາມຊຸມຊົນ ກູນຍອງ ໄດ້ຖືກສ້າງຂຶ້ນໃນຊຸມປີ 1980 ເພື່ອເປັນບ່ອນຢູ່ອາໄສຂອງຜູ້ທີ່ຖືກຂັບໄລ່ອອກຈາກບ້ານພື້ນເມືອງຂອງພວກເຂົາ, ພາຍໃຕ້ໂຄງການພັດທະນາຕົວເມືອງ ຫລາຍ​ຮ້ອຍ​ພັນ​ຄົນ​ໄດ້​ຖືກ​ຍ້າຍ​ອອກ​ຈາກ​ບ້ານ​ເດີມ​ຂອງ​ເຂົາ​ເຈົ້າ​ໄປ​ອາ​ໄສ​ຢູ່​ໃນ​ຊຸມຊົນທີ່ແອອັດ ແລະ​ ເປັນ​ບ່ອນ​ຢູ່​ອາ​ໄສ​ຂອງ​ຜູ້​ມີ​ລາຍ​ໄດ້​ຕ່ຳ​ໃນ​ຫຼາຍ​ປີ​ມາ​ນີ້.

ທີ່ມາ: PPTV

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...