spot_img
Homeຂ່າວຕ່າງປະເທດເສິກນີ້ຕ້ອງຊະນະ! ມາທໍາຄວາມຮູ້ຈັກກັບ POPCAT ເກມທີ່ຄົນທົ່ວໂລກກໍາລັງໃຫ້ຄວາມສົນໃຈ

ເສິກນີ້ຕ້ອງຊະນະ! ມາທໍາຄວາມຮູ້ຈັກກັບ POPCAT ເກມທີ່ຄົນທົ່ວໂລກກໍາລັງໃຫ້ຄວາມສົນໃຈ

Published on

Popcat ໄດ້ສ້າງປະກົດການຄວາມສົນໃຈໃນເຟນບຸກຢ່າງໄວວາໃນປະເທດລາວ ຫຼາຍຄົນອາດສົງໄສວ່າ Popcat ແມ່ນຫຍັງ ແລະ ເປັນຫຍັງຄົນຈໍານວນຫຼາຍຈຶ່ງໃຫ້ຄວາມສົນໃຈຫຼາຍປານນີ້?

Popcat ເປັນຊື່ຂອງເກມທີ່ສາມາດຫຼິ້ນຜ່ານບຣາວເຊີ ໂດຍມີຮູບແມວທີ່ໃຫ້ຄຣິກໃສ່ ເພື່ອໃຫ້ແມວໃນຮູບດັ່ງກ່າວອ້າປາກ ແລະ ສະລັບກັບປິດປາກຕາມທີ່ເຮົາຄຣິກ ໂດຍຈະມີໂຕເລກປາກົດຂຶ້ນຕາມຈໍານວນຄັ້ງທີ່ເຮົາຄຣິກລົງໄປ ເຊິ່ງຄົນທົ່ວໂລກໄດ້ພາກັນຫຼິ້ນຜ່ານທາງໂທລະສັບ ແລະ ຄອມພິວເຕີ, ຈໍານວນການຄຣິກກໍຈະນັບເປັນຄະແນນຂອງແຕ່ລະປະເທດກັນເລີຍ.

ສໍາລັບເກມ Popcat ແມ່ນຖືກສ້າງໂດຍ Joshua O’Sullivan, Edward Halis ແລະ Freddy Heppell ນັກສຶກສາສາຂາວິທະຍາກອນຄອມພິວເຕີ ຈາກ University of Sheffield ເລີ່ມເປີດໃຫ້ຫຼິ້ນໃນວັນທີ 11 ທັນວາ 2020 ທີ່ຜ່ານມາ ໂດຍການນໍາເອົາແມວທີ່ມີຊື່ວ່າ Oatmeal ທີ່ໂດ່ງດັງໃນອິນເຕີເນັດມາເປັນຕົວລະຄອນຫຼັກໃນເກມ.

ເຊິ່ງປັດຈຸບັນ, ລາວເຮົາແມ່ນກໍາລັງຢູ່ໃນອັນດັບທີ 14 (ອັບເດດລ່າສຸດວັນທີ 16 ສິງຫາ 2021 ເວລາ 9:00) ເຊິ່ງຂຶ້ນມາຈາກອັນດັບເກືອບທີ 70 ແລະ ຂຶ້ນມາອັນດັບທີ 14 ໄດ້ພຽງຊົ່ວຂ້າມຄືນເທົ່ານັ້ນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...