Homeຂ່າວທ້ອງຖິ່ນເສັ້ນທາງສາຍການບິນ ຫຼວງພະບາງ-ບາງກອກ ເປີດໃໝ່ອີກຄັ້ງ

ເສັ້ນທາງສາຍການບິນ ຫຼວງພະບາງ-ບາງກອກ ເປີດໃໝ່ອີກຄັ້ງ

Published on

ນັບເປັນເວລາດົນນານພໍສົມຄວນ ທີ່ໄດ້ຍົກເລີກເສັ້ນທາງສາຍການບິນຂອງບັນປະເທດເພື່ອນບ້ານສູ່ແຂວງຫຼວງພະບາງ ເມືອງ ມໍລະດົກໂລກ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19, ໜຶ່ງໃນນັ້ນກໍແມ່ນສາຍການບິນ ຫຼວງພະບາງ ສູ່ບາງກອກ ແອເວ ມາຮອດ ວັນທີ 17 ມິຖຸນາ 2022 ລັດວິສາຫະກິດ ການບິນລາວ ສາຂາແຂວງຫຼວງພະບາງ ໄດ້ເລີ່ມເປີດຖ້ຽວບິນສູ່ບາງກອກປະເທດໄທ ອີກຮອບໃໝ່ຢ່າງເປັນທາງການແລ້ວ.

ທ່ານໃດທີ່ມີຈຸດປະສົງ ຈະເດີນທາງໄປປະເທດ ໄທ ແມ່ນສາມາດສັ່ງຈອງໄດ້ແລ້ວ ນໍາລັດວິສາຫະກິດສາຍການບິນລາວ ເສັ້ນທາງ ຫຼວງພະບາງ-ບາງກອກ-ຫຼວງພະບາງ ,ເຊິ່ງຖ້ຽວບິນດັ່ງກ່າວ ແມ່ນເສັ້ນທາງ ຕ່າງປະເທດ ໃນຮອບ 3 ປີ ຂອງສະໜາມບິນສາກົນຫຼວງພະບາງ ຕັ້ງແຕ່ໄດ້ມີການລະບາດຂອງ COVID-19.

ພ້ອມດຽວກັນນັ້ນ, ມີຖ້ຽວບິນຈາກສະໜາມບິນບາງກອກ ປະເທດໄທ ເດີນທາງມາຮອດສະໜາມບິນສາກົນ ໃນຕອນແລງຂອງວັນທີ 17 ມິຖຸນາ 2022 ທີ່ຜ່ານມາໄດ້ ແຂວງຫຼວງພະບາງ ເພື່ອເປີດໃຫ້ບໍລິການໃໝ່ ,ເຊິ່ງເປັນການສະແດງໃຫ້ຮູ້ວ່າສາຍການບິນດັ່ງກ່າວແມ່ນໄດ້ເລີ່ມບິນຮັບໃຊ້ບໍລິການຜູ້ໂດຍສານຢ່າງເປັນປົກກະຕິແລ້ວ ແລະ ຊາວຫຼວງພະບາງຍິນດີຕ້ອນຮັບທຸກທ່ານທີ່ມາທ່ອງທ່ຽວນະຄອນ ຫຼວງພະບາງ ໃນຮອບໃໝ່ ຫຼັງໂຄວິດ-19 ຜ່ອນຄາຍລົງ.

ສໍາລັບຕາຕະລາງການບິນໃຫ້ບໍລິການຂອງສາຍການບິນມີ 3 ວັນຄື: ຈັນ, ພຸດ ແລະ ສຸກ. ບິນຈາກຫຼວງພະບາງ ສູ່ບາງກອກປະເທດໄທແມ່ນຖ້ຽວບິນ QV633 ອອກເວລາ 10:00 ໂມງ – 12:00 ໂມງ ເຖິງບາງກອກ ແລະ ບິນຈາກບາງກອກ-ຫຼວງພະບາງ ຖ້ຽວບິນ QV634 ອອກເວລາ 13:00ໂມງ – 15:00 ໂມງ ເຖິງສະໜາມບິນສາກົນຫຼວງພະບາງ ແລະ ນີ້ກໍຖືເປັນຂ່າວດີອີກທາງໜຶ່ງທີ່ຈະສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທີ່ຈະເດີນທາງໄປໄທ ແລະຈາກໄທມາທ່ຽວຫຼວງພະບາງ ສະດວກສະບາຍໄປດ້ວຍສາຍການບິນລາວແອເວ. ສໍາລັບແຜນໃນຕໍ່ໜ້າ ແມ່ນປະມານໃນເດືອນ 10 ຈະໄດ້ເພີ່ມຖ້ຽວບິນ ຫຼວງພະບາງ-ກຸງເທບ-ຫຼວງພະບາງ (ບິນທຸກໆມື້) ແລະຫຼວງພະບາງ-ຊຽງໃໝ່-ຫຼວງພະບາງ (3 ຖ້ຽວ/ອາທິດ) ຫຼວງພະບາງ -ຮາໂນຍ – ຫຼວງພະບາງ (4ຖ້ຽວ/ອາທິດ) ຫຼວງພະບາງ-ສຽມຣຽບ-ຫຼວງພະບາງ (3 ຖ້ຽວ/ອາທິດ).
ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...