spot_img
Homeຄົມຄິດຄົມຄົນເລື່ອງໜ້າເສົ້າຂອງດອກເບ້ຍເງິນຝາກ

ເລື່ອງໜ້າເສົ້າຂອງດອກເບ້ຍເງິນຝາກ

Published on

ຫລັງຈົ່ມເລື່ອງເຫດບ້ານການເມືອງມາໄລຍະນຶ່ງ ຕອນນີ້ຂໍມາສາຍວິຊາຊີບ ຈະເລື່ອນຜ່ານໄປຊື່ໆກະໄດ້ ແຕ່ຖ້າອ່ານຈົບຈະດີທີ່ສຸດ.

ຖ້າເຈົ້າຝາກເງິນນຳທະນາຄານ ໃນອັດຕາດອກເບ້ຍ 7%/ປີ ແຕ່ໃນປີນັ້ນມີອັດຕາເງິນເຟີ້ 6% ສະແດງວ່າເຈົ້າໄດ້ດອກເບ້ຍແຕ່ 1%/ປີ

ສົມມຸດມີເງິນ 100,000ກີບໄປຝາກໄວ້ທະນາຄານ ຄົບ 12 ເດືອນ ເຈົ້າອາດຈະເຫັນມີເງິນເຂົ້າບັນຊີເພີ່ມເປັນ 107,000ກີບ ແຕ່ມູນຄ່າຕົວຈິງ ມັນມີພຽງ 101,000ກີບ. ແຕ່ຄົນເຮົາຈະເຫັນຕົວເລກສຳຄັນກວ່າ ມູນຄ່າທີ່ແທ້ຈິງຂອງມັນ ຈຶ່ງບໍ່ຄ່ອຍຮູ້ສຶກຮູ້ສາຫຍັງນຳມັນ, ແຕ່ນັກທຸລະກິດ ຈະບໍ່ໄດ້ເບິ່ງພຽງແຕ່ຕົວເລກ ແຕ່ຈະເບິ່ງມູນຄ່າໃນຕົວເລກນັ້ນ ວ່າມີມູນຄ່າເທົ່າໃດແທ້

ແຕ່ແນວໃດກໍ່ດີ ມັນຍັງດີກວ່າ ການເອົາເງິນໄປເຮັດດັ່ງນີ້:

– ປະໄວ້ເຮືອນລ້າໆ ອາດຖືກໂຈນຂຶ້ນເຮືອນ ແລ້ວລັກເອົາໄປຈ້ອຍ

– ໄປລົງທຶນນຳບໍລິສັດ ທີ່ສັນຍາວ່າຈະໃຫ້ຜົນຕອບແທນສູງເທົ່າພູເບ້ຍ ແຕ່ຄວາມສ່ຽງສູງເທົ່າ ພູເຂົາ ຫິມະໄລ ຕົວຢ່າງ: ອາຊຽນເຟສ, ແມັກຄີ ແລະ ໆລໆ ທ່ານໄປຄິດຕໍ່ເອົາເອງ.

– ດີກວ່າຝາກໄວ້ນຳທະນາຄານໃນບາງປະເທດ ທີ່ເຈົ້າຂອງເງິນຕ້ອງເສຍດອກເບ້ຍໃຫ້ທະນາຄານ ຫລື ເອີ້ນວ່າດອກເບ້ຍຕິດລົບ ເຊັ່ນ ທະນາຄານໃນຍີ່ປຸ່ນ ເປັນຕົ້ນ.

– ເຈົ້າຈະບໍ່ໄດ້ໄປໂວຍວາຍ ກັບທະນາຄານເວລາຢາກຖອນເງິນ ຍົກເວັ້ນ ການຕໍ່ຄິວຍາວທີ່ຍາວຢຽດ ແລະ ເກີດເຫດການເສດຖະກິດຕົກຕໍ່າຢ່າງຮ້າຍແຮງ ເຮັດໃຫ້ລັດຖະບານຈຳກັດການຖອນເງິນໃນທະນາຄານແຕ່ລະວັນ ດັ່ງເຊັນ ປະເທດ ອາກຊັງຕິນ(ອາເຈັນຕິນາ) ເມື່ອຫລາຍປີກ່ອນ.

ຂ້ອຍບໍ່ແມ່ນຜູ້ຊ່ຽວຊານການເງິນ ຮຽນການເງິນມາແຕ່ບໍ່ໄດ້ໃຊ້ພະຍາຍາມຂຸດບົດຮຽນເກົ່າມາເລົ່າເພື່ອບໍ່ໃຫ້ລືມ ດັ່ງພາສິດລາວທີ່ວ່າ: ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ.

ດັ່ງນັ້ນ, ກະແສການເກັບເງິນໄວ້ທະນາຄານເພື່ອກິນດອກເບ້ຍ ຈຶ່ງບໍ່ແມ່ນທາງເລືອກ ຂອງຄົນທີ່ມີເລືອດນັກທຸລະກິດ ດັ່ງນັ້ນເຂົາຈຶ່ງເລືອກເອົາເງິນທີ່ມີໄປລົງທຶນເຮັດທຸລະກິດ ແທນທີ່ຈະເອົາເງິນໄປປະໄວ້ ເຂົາເຈົ້າກ້າທີ່ຈະເອົາເງິນທະນາຄານມາລົງທຶນຕື່ມແລ້ວຈ່າຍດອກເບ້ຍໃຫ້ທະນາຄານແທນການ ເອົາດອກເບ້ຍຈາກທະນາຄານ ເພາະການລົງທຶນຫລືເຮັດທຸລະກິດ ຍ່ອມໃຫ້ຜົນຕອບແທນທາງການເງິນດີກວ່າ.

ໂອ້… ປັດໄຈພື້ນຖານໃນການຕັດສິນໃຈລົງທຶນໃດຫນຶ່ງວ່າຈະກຸ້ມທຶນ ແລະ ເຫື່ອແຮງຫລືບໍ່ນັ້ນ ນັກທຸລະກິດກໍ່ຈະຄຳນວນຜົນຕອບແທນລ່ວງຫນ້າ ເພື່ອທຽບກັບອັດຕາດອກເບ້ຍເງິນຝາກທະນາຄານກ່ອນ ເຊັ່ນ: ຫາກດອກເບ້ຍທະນາຄານ 7%/ປີ ຜົນຕອບແທນການລົງທຶນ ຕ້ອງສູງກວ່ານັ້ນ ສ່ວນຈະສູງຫລາຍຫລືຫນ້ອຍນັ້ນ ຂຶ້ນກັບການພິຈະລະນາຂອງເຈົ້າຂອງທຸລະກິດວ່າ ຈະຮັບໄດ້ເທົ່າໃດ ແຕ່ທີ່ແນ່ໆ ຄືຕ້ອງບໍ່ຕໍ່າກວ່າ ຫລື ເທົ່າກັບດອກເບ້ຍເງິນຝາກ. ນອກຈາກນີ້ ຍັງມີການເອົາໄປປຽບທຽບກັບຜົນຕອບແທນຈາກການລົງທຶນໃນ ທຸລະກິດ ຫລື ອຸດສາຫະກຳອື່ນໆເຊັ່ນ: ຫາກເຈົ້າເປັນຊາວກະສິກອນ ເຈົ້າຕ້ອງຮູ້ວ່າ ຈະປູກເຂົ້າ ຫລື ປູກສາລີ ອັນໃດດີກວ່າ, ການປູກ ຢາງພາລາ ກັບປູກອ້ອຍ ອັນໃດໃຫ້ຜົນຕອບແທນດີກວ່າ…. ນອກຈາກຜົນຕອບແທນແລ້ວຍັງຕ້ອງຄິດເຖິງຕະຫລາດຮອງຮັບ ຫລື ຄວາມສ່ຽງໄລຍະສັ້ນຍາວນຳອີກ… ຕະຫລາດຮອງຮັບຢູ່ພາຍໃນຫລືຕ່າງປະເທດ, ສິນຄ້າທີ່ເຮົາເຮັດອອກມາ ສາມາດ ເອົາໄປໃຊ້ຫລືແປຮູບໃຫ້ທຸລະກິດປະເພດອື່ນໄດ້ບໍ່ ໃນກໍລະນີຜູ້ຊື້ບໍ່ຊື້ສິນຄ້າເຮົາ.

ໃນການເຮັດທຸລະກິດຕົວຈິງ ເຮົາສຶກສາເລື່ອງຄວາມສ່ຽງໄວ້ ບໍ່ແມ່ນເພື່ອເຫັນຄວາມສ່ຽງແລ້ວຢ້ານ ຈົນບໍ່ກ້າເຮັດທຸລະກິດ ແຕ່ສຶກສາໄວ້ເພື່ອຫາວິທີຮັບມື ເພາະຄວາມສ່ຽງກັບທຸລະກິດ ມັນເປັນຂອງຄູ່ກັນ ການບໍ່ສຶກສາຄວາມສ່ຽງເລີຍ ນັ້ນເປັນຄວາມສ່ຽງອັນຫນຶ່ງ.

ບົດຄວາມນີ້ ມັນເປັນຄວາມຮູ້ຕື້ນໆ ຂອງຜູ້ທີ່ເຄີຍຮຽນການເງິນ ຫລື ບໍລິຫານທຸລະກິດ ແຕ່ກໍ່ເປັນຄວາມຮູ້ສຳຄັນພື້ນຖານ ສຳຫລັບຄົນທີ່ບໍ່ໄດ້ຮຽນບໍລິຫານທຸລະກິດ ແຕ່ຢາກເຮັດທຸລະກິດ ເພາະການເຮັດທຸລະກິດ ນອກຈາກເລື່ອງການເງິນແລ້ວ ເຈົ້າຍັງຈະໄດ້ສິ່ງທີ່ບໍ່ແມ່ນເງິນເຊັ່ນ: ໄດ້ເດີນຕາມຄວາມຝັນແລະຈິດຕະນາການຂອງຕົນ , ໄດ້ເຮັດໃນສິ່ງຢາກເຮັດ, ໄດ້ຮູ້ຈັກຜູ້ຄົນ ຫລາກຫລາຍອາຊີບ ໄດ້ສ້າງວຽກເຮັດງານທຳ, ໄດ້ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ໄດ້ສ້າງນະວັດຕະກຳແກ່ມະນຸດ ແກ່ໂລກ ແລະອື່ນໆ ທີ່ສຳຄັນຄືບໍ່ວ່າຜົນຕອບແທນຈະອອກມາແນວໃດ ເປົ້າຫມາຍຄື ເພື່ອໃຫ້ເກີດຄວາມຄວາມຄຸ້ມຄ່າໃນການລົງທຶນ(ເງິນ), ເຫື່ອແຮງ ແລະ ເວລາທີ່ເຈົ້າທຸ່ມເທໃສ່ທຸລະກິດນັ້ນ.

ບາດນີ້ ເມື່ອຮູ້ແລ້ວ ກໍ່ລອງພິຈາລະນາວ່າ ອັນໃດເຫມາະສົມກັບເຮົາ ການເປັນພະນັກງານຜູ້ບໍລິຫານກິນເງິນເດືອນ ຫລື ການເປັນນັກທຸລະກິດ ເພາະ ອັນໃດກໍ່ໄດ້ເມື່ອເຮົາເຮັດແລ້ວມີຄວາມສຸກ ບໍ່ຜິດບ້ານພານເມືອງ ບໍ່ເອົາລັດເອົາປຽບຜູ້ດ້ອຍກວ່າ ອາຊີບນັ້ນກໍ່ຫນ້າສັນລະເສີນ ແນ່ນອນ.
ເກືອບລືມບອກ ຄາດການອັດຕາເງິນເຝີ້ສະເລ່ຍຂອງ ສປປ ລາວແຕ່ນີ້ຮອດປີ 2020 ແມ່ນ 6%/ປີ.

ບົດຄວາມຈາກ: ໂທນີ່ ທອງຄຳ ໂພໃບເງິນ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...